ວັນທີ 5 ກໍລະກົດ 2018, ໜ່ວຍຊາວໜຸ່ມກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ເພື່ອສະຫຼຸບຕີລາຄາການນໍາພາວຽກງານ 5 ປີ ແລະ ວາງທິດທາງ 5 ປີຕໍ່ໜ້າ ໂດຍການເຂົ້າຮ່ວມຂອງ ພັອ ຄໍາຜອງ ວິຈິດ ເລຂາໜ່ວຍພັກ ຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ, ມີບັນດາຄະນະພັກ-ຄະນະບັນຊາ ພ້ອມດ້ວຍສະມາຊິກຊາວໝຸ່ມພາຍໃນກົມເຂົ້າຮ່ວມ.

ພັທ ສຸລິຫວັນ ວິລະວົງ ເລຂາໜ່ວຍຊາວໜຸ່ມກົມຕໍາຫຼວດສືບສວນ-ສອບສວນ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໂດຍຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 5 ປີຜ່ານມາ (2013-2018), ໜ່ວຍຊາວໜຸ່ມກົມຕໍາຫຼວດສືບສວນ-ສອບສວນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດຂອງສະມາຊິກຊາວໜຸ່ມເປັນກົກ ເຊິ່ງສາມາດເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນກົມມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຈູບຈ້າວຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງໃນການເຮັດໜ້າທີ່ວຽກງານວິຊາສະເພາະ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຂັ້ນມະຫາພາກເວົ້າລວມ.

ເວົ້າສະເພາະແມ່ນວຽກງານສືບສວນ-ສອບສວນແກ້ໄຂ ແລະ ດໍາເນີນຄະດີອາຍາທົ່ວໄປ ເຊິງສະແດງອອກຄື: ເຂົ້າຮ່ວມຄະນະກໍາມະການຕ້ານການຟອມເງິນ ແລະ ສະໜອງທຶນໃຫ້ແກ້ການກໍ່ການຮ້າຍ 18 ຄັ້ງ; ເຮັດວຽກງານສືບຂ່າວ, ເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຕ່າງໆໄດ້ 524 ຄັ້ງ; ໄປຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນຢູ່ພາຍໃນ ແລະ ຕ່າງປະເທດ 28 ຄັ້ງ; ເຂົ້າຮ່ວມປ້ອງກັນກອງປະຊຸມທີ່ສໍາຄັນຂອງຕ່າງຂອງພັກ ແລະ ລັດລະດັບພາກພື້ນ ແລະ ສາກົນ 14 ຄັ້ງ; ໄປຂຶ້ນຫ້ອງສິດສອນວິຊາເຕັກນິກການສືບສວນ-ສອບສວນ 301 ຄັ້ງ; ສົ່ງສໍານວນຄະດີໃຫ້ໄອຍະການປະຊາຊົນນະຄອນຫຼວງວຽງຈັນ 158 ເລື່ອງ ແລະອື່ນໆ.

ຜ່ານບັ້ນດໍານເນີນຊີວິດການເມືອງປັບປຸງປົວແປງພັກຂອງ ໜ່ວຍພັກຮາກຖານກົມຕໍາຫຼວດສືບສວນ-ສອບສວນ ປີ 2017 ສາມາດຈັດແບ່ງປະເພດສະມາຊິກຊາວໜຸ່ມ ຄື ປະເພດເຂັ້ມແຂງ 70 ສະຫາຍ, ປະເພດແຂງ 21 ສະຫາຍ ແລະ ປະເພດກາງ 11 ສະຫາຍ.

ໃນ 5 ປີຕໍ່ໜ້າ (2018-2022), ໜ່ວຍຊາວໜຸ່ມກົມຕໍາຫຼວດສືບສວນ-ສອບສວນ ຈະສຶກສາອົບຮົມການເມືອງແນວຄິດຂອງສະມາຊິກຊາວໜຸ່ມໃຫ້ມີຄວາມໜັກແໜ້ນທາງດ້ານແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ສາມາດເຕົ້າໂຮມຄວາມສາມັກຄີເພື່ອແນໃສ່ປະຕິບັດໜ້າທີ່ວຽກງານສະເພາະ ກໍຄືວຽກງານສືບສວນ-ສອບສວນແກ້ໄຂ ແລະ ດໍາເນີນຄະດີອາຍາທົ່ວໄປ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ.

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະຊາວໝຸ່ມກົມຕໍາຫຼວດສືບສວນ-ສອບສວນ ຊຸດໃໝ່ ເຊິງມີຜູ້ລົງສະມັກ 9 ທ່ານ ແຕ່ຂັດເອົາ 7 ທ່ານ ເພື່ອສືບຕໍ່ຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມກົມຕໍາຫຼວດສືບສວນ-ສອບສວນ ໃນການເຮັດສໍາເລັດໜ້າທີ່ວຽກງານໃນໄລຍະໃໝ່. ກອງປະຊຸມໄດ້ເລືອກເອົາ ຮອ ພູໄທ ອາດສະພັງທອງ ເປັນເລຂາ; ພັຕ ຄໍາເພັດ ເພດວົງສອນຮອງເລຂາ; ພັຕ ຄອນສະຫວັນ ແກ້ວບົວລະພາ ເປັນປະທານກວດກາ; ພັຕ ສະເພັດ ສຸໂພທິດ ແລະ ຮທ ນາງ ທຽມຈັນ ແກ່ນມະນີຈັນ ເປັນຮອງປະທານກວດກາ ແລະ ຮອ ໃຈປະເສີດ ພົງສະຫວັນ ເປັນຄະນະ.