ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ພ້ອມທັງເຜີຍແຜ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ); ເຜີຍແຜ່ໂດຍ ພັອ ອ່ອນຜິວ ໂຄ້ງວຽງທອງ ຄະນະພັກກົມໃຫຍ່ຕຳຫຼວດ ເລຂາພັກຮາກຖານ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ມີພະນັກງານ-ນັກຮົບພາຍໃນຫ້ອງການເຂົ້າຮ່ວມ ໃນອາທິດແລ້ວນີ້.

ບັນດາມະຕິ-ຄຳສັ່ງທີ່ນຳມາເຜີຍແຜ່ມີຄື: ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ລົງວັນທີ 7 ພຶດສະພາ 2018 ວ່າດ້ວຍ ການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ມາດຖານຂອງພະນັກງານນຳພາ-ຄຸ້ມຄອງ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ນອກນັ້ນ, ຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ), ໂດຍຍົກໃຫ້ເຫັນວ່າ ປະກອບມີ 9 ພາກ, 6 ໝວດ ແລະ 55 ມາດຕາ ທີ່ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ເຄື່ອນໄຫວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເພື່ອໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ.

ໃນຕອນທ້າຍ, ພັອ ອ່ອນຜິວ ໂຄ້ງວຽງທອງ ຍັງໄດ້ໂອ້ລົມຕໍ່ພະນັກງານ-ນັກຮົບ ໃຫ້ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບ, ເຄົາລົບ ແລະ ປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດຕໍ່ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ປຶກສາຫາລືວຽກງານຢ່າງມີປະຊາທິປະໄຕ, ເຮັດວຽກຕ້ອງຕິດກັບຕົວຈິງ ມີການຕິດຕາມ-ກວດກາສະຫຼຸບຖອດຖອນບົດຮຽນໃຫ້ເປັນປົກກະຕິ ແລະ ທັນກັບສະພາບການ.