ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ແຈ້ງການຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການທົດລອງຈັດຕັ້ງປະຕິບັດລາຄາຊີ້ນໍາອາຫານຈານດ່ຽວ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງໄຊເສດຖາ, ບັນດາບ້ານພາຍໃນເມືອງ ຈໍານວນ 48 ບ້ານ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດຮ້ານອາຫານທົ່ວໄປພາຍໃນເມືອງ ຈໍານວນ 150 ຮ້ານ ໃນວັນທີ 5 ກໍລະກົດທີ່ຜ່ານມາ.

ເຜີຍແຜ່ແຈ້ງການດັ່ງກ່າວໂດຍ ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, ມີທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໆໄຊເສດຖາ ເຂົ້າຮ່ວມຮັບຟັງ.

ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 1310/ຫອຄ.ກຄພນ ລົງວັນທີ 25 ພຶດສະພາ 2018 ໂດຍກໍານົດລາຄາອາຫານຈານດ່ຽວ ປະເພດເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ສູງສຸດບໍ່ໃຫ້ເກີນຈານລະ 15.000 ກີບ.

ທ່ານ ສົມປະສົງ ສະຫງວນວົງ ໄດ້ກ່າວວ່າ: ຫ້ອງການການກະຊວງອຸສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ພະແນກອຸສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດລາຄາຊີ້ນໍາການຂາຍອາຫານຈານດ່ຽວ ປະເພດເຝີ, ເຂົ້າປຽກ, ເຂົ້າຜັດ ແລະ ເຂົ້າລາດໜ້າ ສູງສຸດບໍໃຫ້ເກີນ 15.000 ກີບ ຕໍ່ຖ້ວຍ-ຈານ ຕາມປະລິມານທີ່ໄດ້ກໍານົດໄວ້.

ໃນກໍລະນີຜູ້ຊົມໃຊ້ມີຄວາມຕ້ອງການອາຫານໃນປະລິມານພິເສດ ກໍໃຫ້ຕົກລົງລາຄາ ແລະ ເອກະພາບກັບຜູ້ດໍາເນີນທຸລະກິດເອງ.

ລາຄາຊີ້ນໍາອາຫານຈານດ່ຽວ ແມ່ນໃຫ້ປະຕິບັດຢູ່ຕາມຮ້ານອາຫານທົ່ວໄປ, ຫ້ອງອາຫານຢູ່ຕາມສໍານັກງານຫ້ອງການ, ສູນອາຫານໃນຫ້າງຊັບພະສິນຄ້າ, ຮ້ານອາຫານຢູ່ຕາມໂຮງງານ, ໂຮງໝໍ, ໂຮງຮຽນ, ສະຖາບັນການສຶກສາ ແລະ ສະຖານທີ່ທ່ອງທ່ຽວ ຢູ່ພາຍໃນນະຄອນຫຼວງວຽງຈັນ.

ກ່ອນຈະມີການປ່ຽນແປງລາຄາສິນຄ້າແຕ່ລະຄັ້ງ, ຜູ້ດໍາເນີນທຸລະກິດຕ້ອງແຈ້ງເຫດຜົນບົນພື້ນຖານຕົ້ນທຶນລາຄາວັດຖຸດິບໃນໂຄງປະກອບລາຄາທີ່ນໍາມາປຸງແຕ່ງ ໃຫ້ພະແນກອຸສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາ. ຖ້າຫາກພົບເຫັນຜູ້ດໍາເນີນທຸລະກິດໃດຂາຍເກີີນລາຄາຊີ້ນໍາ ແມ່ນໃຫ້ປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ໃນດໍາລັດ 474/ນຍ ວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ການກໍານົດລາຄາດັ່ງກ່າວເພື່ອເຮັດໃຫ້ລາຄາອາຫານສົມເຫດສົມຜົນ ເຊິ່ງຜູ້ດໍາເນີນທຸລະກິດສາມາດມີກໍາໄລ ໃນຂະນະທີ່ຜູ້ຊົມໃຊ້ກໍສາມາດບໍລິໂພກອາຫານທີ່ມີຄຸນນະພາບໃນລາຄາທີ່ພໍດີພໍງາມ. ນອກນີ້, ຍັງເປັນການຮັກສາສະຖຽນລະພາບທາງດ້ານລາຄາ, ຊ່ວຍຫຼຸດຜ່ອນພາລະຄ່າຄອງຊີບຂອງຜູ້ຊົມໃຊ້ໃຫ້ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ ແລະ ທັງເປັນການຮັບຮອງປີທ່ອງທ່ຽວລາວ 2018 ອີກດ້ວຍ.