ໃນວັນທີ 9 ກໍລະກົດ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພຂັ້ນພື້ນຖານໃຫ້ກັບ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕຼິງ ຈໍາກັດ ໂດຍມີພະນັກງານພາຍໃນບໍລິສັດເຂົ້າຮ່ວມຮັບຟັງ.

ພັທ ຄໍາເພັດ ດາລາວົງ ຮອງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ອັກຄີໄພແມ່ນເກີດມາຈາກຫຼາຍສາເຫດ ເປັນຕົ້ນແມ່ນເກີດມາຈາກໄພທໍາມະຊາດ ແລະ ມະນຸດສ້າງຂຶ້ນມາເອງ ຄື: ໄຟໄໝ້ປ່າ, ການຈຸດຂີ້ເຫຍື້ອຊະຊາຍ, ການໄຕ້ທູບທຽນ ຫຼື ເກີດຈາກປັກໄຟທີ່ເກົ່າແກ່ ໂດຍບໍ່ມີການປ່ຽນຖ່າຍ, ໄຟຟ້າລັດວົງຈອນ ແລະ ເກີດຈາກຄວາມປະໝາດຂອງຜູ້ຊົມໃຊ້ວັດຖຸໄວໄຟຕ່າງໆ ເຊິ່ງເຫດການດັ່ງກ່າວນີ້ໄດ້ສ້າງຜົນເສຍຫາຍມາສູ່ທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນຊີວິດ, ຊັບສິນ ແລະ ສິ່ງແວດລ້ອມອ້ອມຂ້າງເປັນຈໍານວນຫຼວງຫຼາຍ. ນອກຈາກນັ້ນ, ພັທ ຄໍາເພັດ ດາລາວົງ ຍັງໄດ້ແນະນໍາວິທີມອດໄຟເມື່ອມີເຫດເກີດຂຶ້ນຢ່າງກະທັນຫັນ ຄື: ການປະຖົມພະຍາບານເບື້ອງຕົ້ນໃນເວລາມີຜູ້ບາດເຈັບທີ່ເກີດຈາກເຫດໄຟໄໝ້ ຫຼື ເມົາຄວັນ, ສາທິດກ່ຽວການໃຊ້ບັ້ງມອດໄຟໃຫ້ກັບພະນັກງານພາຍໃນບໍລິສັດຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການນໍາໃຊ້ບັ້ງມອດໄຟຢ່າງຖືກວິທີ.

ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ, ພັທ ຄໍາເພັດ ດາລາວົງ ພ້ອມດ້ວຍຄະນະ ໄດ້ມອບໃບຢັ້ງຢືນຜ່ານການຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ກັບບໍລິສັດດັ່ງກ່າວ.