ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ: ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ ຂອງກະຊວງການຕ່າງປະເທດ ນຳພາໂດຍທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການ ກະຊວງດັ່ງກ່າວ ໄດ້ພ້ອມພາກັນອອກແຮງງານລວມ ເພື່ອຕ້ອນຮັບວັນສາກົນຕ້ານການຄ້າມະນຸດ ຄົບຮອບ 18 ປີ ( 30 ກໍລະກົດ 2000-30 ກໍລະກົດ 2018 ) ໃນວັນທີ 7 ກໍລະກົດທີ່ຜ່ານມາ.

ທ່ານ ປອ ນາງ ຍອດຄຳມະນີ ສຸພານຸວົງ ໄດ້ຕາງໜ້າໃຫ້ບັນດາສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ກ່າວວ່າ: ໃນການອອກແຮງງານໃນຄັ້ງນີ້, ບັນດາສະມາຊິກຊາວໜຸ່ມ-ແມ່ຍິງ-ກຳມະບານ ໄດ້ພ້ອມພາກັນປັດກວາດບໍລິເວນເດີ່ນອ້ອມຮອບກະຊວງໃຫ້ມີຄວາມສະອາດຈົບງາມ.

ການຄ້າມະນຸດແມ່ນອາດຊະຍາກຳໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ມີລັກສະນະຂ້າມຊາດ, ໄດ້ລະເມີດສິດທິພື້ນຖານຂອງພົນລະເມືອງຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ໃນກົດໝາຍຂອງປະເທດ ກໍຄືສົນທິສັນຍາສາກົນທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ທັງສົ່ງຜົນສະທ້ອນດ້ານລົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງແຕ່ລະຊາດ.

ຈາກສະພາບການດັ່ງກ່າວ, ໃນວັນທີ 12 ທັນວາ 2000 ຫຼາຍປະເທດໄດ້ລົງນາມອານຸສັນຍາສາກົນວ່າດ້ວຍ ການສະກັດກັ້ນ, ປາບປາມ ແລະ ລົງໂທດການຄ້າມະນຸດ ພ້ອມນີ້ຍັງໄດ້ມີການເພີ່ມເຕີມມາດຕະການໃຫ້ແກ່ສົນທິສັນຍາສະຫະປະຊາຊາດ ຕ້ານອາຊະຍາກຳຂ້າມຊາດ ແບບມີການຈັດຕັ້ງ.

ນັບແຕ່ນັ້ນມາຫຼາຍປະເທດໃນໂລກ ຈຶ່ງໄດ້ສະເຫຼີມສະຫຼອງ ວັນສາກົນເພື່ອຕ້ານການຄ້າມະນຸດ. ຮອດວັນທີ 18 ທັນວາ 2013, ກອງປະຊຸມສະມັດຊາໃຫຍ່ຂອງ ອົງການສະຫະປະຊາຊາດ ຄັ້ງທີ 68 ໄດ້ຮັບຮອງເອົາຍັດຕິ ເລກທີ 192 ກ່ຽວກັບ ການເພີ່ມທະວີຄວາມພະຍາຍາມ ໃນການປະສານງານເພື່ອຕ້ານການຄ້າມະນຸດ ແລະ ຕົກລົງເອົາວັນທີ 30 ກໍລະກົດ ຂອງທຸກໆປີ ເປັນວັນສາກົນເພື່ອຕ້ານການຄ້າມະນຸດ.