ກອງປະຊຸມຜັນຂະຫຍາຍຜົນສຳເລັດບັ້ນດຳເດີນຊີວິດການເມືອງ ປັບປຸງປົວແປງທົ່ວພັກ ປະຈຳປີ 2017 ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2018, ເປັນປະທານໂດຍ ສະຫາຍ ພັອ ນີລະວົງ ເຈືອງຕະວະລາດ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ເຂົ້າຮ່ວມໂດຍ ສະຫາຍ ບຸນລອດ ອອນພະຈັນ ຄະນະປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດເຂດ 4 ປະທານສະພາປະຊາຊົນແຂວງອຸດົມໄຊ, ມີຄະນະພັກ, ຄະນະກອງບັນຊາການ, ບັນດາເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ ອ້ອມຂ້າງກອງບັນຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັອ ນີລະວົງ ເຈືອງຕະວະລາດ ຜ່ານເນື້ອໃນຮ່າງບົດສະຫຼຸບວ່າ: ຜ່ານມາ, ຄະນະພັກ ພວກເຮົາໄດ້ເອົາໃຈໃສ່ເຮັດວຽກງານຕິດຕາມ, ກວດກາພັກ, ສະມາຊິກພັກເປັນປົກກະຕິ ພ້ອມທັງສະຫຼຸບປະເມີນຜົນຄວາມສາ ມາດນຳພາບັນຊາ, ກວດກາ, ຄຸ້ມຄອງຂອງອົງຄະນະພັກ ແລະ ສະມາຊິກພັກພາຍໃນກໍາລັງ ປກສ, ຊອກໃຫ້ເຫັນດ້ານດີ, ຈຸດອ່ອນ, ຂໍ້ຄົງຂ້າງ ເພື່ອພ້ອມກັນແກ້ໄຂໄດ້ ຢ່າງຖືກຕ້ອງຕາມຫຼັກການຂອງພັກ, ເຊິ່ງຜ່ານການດຳເນີນຊີວິດການເມືອງຜ່ານມາເຫັນວ່າຄະນະພັກ ແລະ ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີທັດສະນະຫຼັກໝັ້ນ, ປະຕິບັດລະບຽບພັກວາງອອກໄດ້ເປັນຢ່າງດີ ແລະ ມີຜົນສຳເລັດ; ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງມາໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ ເນື້ອໃນດັ່ງກ່າວມີຄວາມຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.

ຫຼັງຈາກນັ້ນ, ສະຫາຍ ບຸນລອດ ອອນພະຈັນ ໄດ້ມີທິດຊີ້ນຳຕໍ່ຄະນະພັກ ແລະ ສະມາຊິກພັກພາຍໃນກອງບັນຊາການ ຈົ່ງພ້ອມກັນຮີບຮ້ອນກວດກາແກ້ໄຂໃນ ວຽກງານການເມືອງ-ແນວຄິດຂອງພັກ, ສະມາຊິກພັກຕາມ 4 ເນື້ອໃນ 5 ຫຼັກການຂອງພັກ ທີ່ໄດ້ກຳນົດໄວ້ ເພື່ອສືບຕໍ່ປັບປຸງ ແລະ ກໍ່ສ້າງໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກໃຫ້ເຂັ້ມແຂງ-ຮູ້ນຳພາຮອບດ້ານເພື່ອສ້າງໃຫ້ ເປັນສະມາຊິກພັກທີ່ມີຄວາມປອດໃສຂາວສະອາດ, ສັດຊື່ບໍລິສຸດ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ ເພາະພັກເປັນແກນນຳ ແລະ ເປັນແບບຢ່າງນຳໜ້າ ທຸກດ້ານໃຫ້ແກ່ມະຫາຊົນ, ການກວດກາ ແລະ ແກ້ໄຂຕ້ອງປະຕິບັດແຕ່ເທິງລົງລຸ່ມ ຫຼື ແຕ່ຂັ້ນລຸ່ມຂຶ້ນເທິງເຮັດຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ ພ້ອມທັງຕຳນິຕິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນຕາມບົດສຳຫຼວດກວດກາ, ຕີລາຄາຂອງແຕ່ລະສະຫາຍ, ຖ້າກວດກາພົບເຫັນບັນຫາໃດທີ່ຍັງຄົງຄ້າງ ຫຼື ມີຫາງສຽງ ກໍພ້ອມກັນພິຈາລະນາ ແກ້ໄຂຢ່າງພາວະວິໄສຖືກຕ້ອງ, ທັນເວລາ ແລະ ຮັບປະກັນ.