ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ໄດ້ລົງເຄື່ອນໄຫວພົບປະໂອ້ລົມຕໍ່ຄະນະພັກ, ຄະນະກອງບັນຊາການ, ພະນັກງານ-ນັກຮົບທົ່ວກອງບັນຊາການ ປກສ ແຂວງອັດຕະປື ໂດຍຊີ້ນຳໃຫ້ແຕ່ລະພາກສ່ວນ ຈົ່ງເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອເຮັດໃຫ້ພາຍໃນແຂວງມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ-ປອດໄພ ໃນວັນທີ 4 ກໍລະກົດ 2018, ຢູ່ຂອງກອງບັນຊາການ ປກສ ແຂວງອັດຕະປື.

ພັທ ສີເວິນ ແກ້ວສີວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ຂຶ້ນຜ່ານບົດລາຍງານສະພາບການໂດຍຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບໃນ 6 ເດືອນຕົ້ນປີ 2018 ວ່າ: ໄລຍະຜ່ານມາ, ຄະນະພວກເຮົາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບພາຍໃນກອງບັນຊາການ ຕັ້ງໜ້າເຄື່ອນໄຫວປະຕິບັດວຽກງານວິຊາສະເພາະໃນການແກ້ໄຂສະພາບຄວາມບໍ່ສະຫງົບຊາຍແດນ ແລະ ສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດ ແລະ ຮອບດ້ານ ເປັນຕົ້ນແມ່ນບັນຫາການລັກຊັບພົນລະເມືອງ, ຊິງຊັບ, ລັກລອບຂຸດຄົ້ນຊັບພະຍາກອນ ທຳມະຊາດ, ການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ, ກຸ່ມແກ້ງກວນເມືອງ, ຄາດຕະກຳ, ຫຼິ້ນກິນຟຸມ ເຟືອຍ, ໂສເພນີ, ຄ້າຂາຍເຖື່ອນ, ລັກລອບເຂົ້າເມືອງຜິດກົດໝາຍ, ບັນຫາອັກຄີໄພ, ການນຳໃຊ້ພາຫະນະບໍ່ມີປ້າຍ-ບໍ່ມີທະບຽນ ແລະ ບໍ່ປະຕິບັດຕາມກົດລະບຽບການ ສັນຈອນເປັນຕົ້ນ; ເຊິ່ງຕໍ່ກັບສະພາບການດັ່ງກ່າວ, ຄະນະພັກ, ຄະນະກອງບັນຊາການ ປກສ ແຂວງອັດຕະປື ໄດ້ພ້ອມກັນສຸມໃສ່ແກ້ໄຂສະພາບການດັ່ງກ່າວ ໂດຍໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ປະຊາຊົນທຸກຊັ້ນຄົນໃນສັງຄົມໃຫ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງເປັນຢ່າງດີ ພ້ອມທັງຫັນເອົາກຳລັງ ປກສ ລົງເຮັດວຽກງານກໍ່ສ້າງຮາກຖານ ການເມືອງຢ່າງມີຈຸດສຸມ, ໂດຍປຸກລະດົມພໍ່-ແມ່ປະຊາຊົນມີສ່ວນຮ່ວມໃນວຽກງານ ປກຊ-ປກສ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ຈະສືບຕໍ່ປະຕິບັດ 4 ຄາດໝາຍ, 4 ແຜນງານໃຫຍ່, 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກໃຫ້ປະກົດຜົນເປັນຈິງ ແລະ ມີຜົນສຳເລັດຕາມແຜນການທີ່ວາງ ໄວ້.

ໂອກາດດຽວກັນ, ທ່ານເຈົ້າແຂວງໆອັດຕະປື ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະພັກ, ຄະນະກອງບັນຊາການ ແລະ ພະນັກງານ-ນັກຮົບຫຼັກແຫຼ່ງຍາດມາໄດ້ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີຊີ້ນຳ-ນຳພາພະນັກງານປະຕິບັດວຽກງານຢ່າງເຂັ້ມງວດ ເປັນຕົ້ນແມ່ນດ້ານການເມືອງ-ນຳພາແນວຄິດ, ຄວາມເປັນເຈົ້າການ ແລະ ຄວາມສາມັກຄີຂອງອ້າຍນ້ອງໃນກຳລັງ ປກສ ແຂວງອັດຕະປື ໃຫ້ໜັກແໜ້ນ, ເຂັ້ມແຂງຂຶ້ນກວ່າເກົ່າ; ເອົາໃຈໃສ່ແກ້ໄຂບັນຫາຄວາມຂາດຕົກບົກຜ່ອງໃນການປະຕິບັດໜ້າທີ່ວິຊາສະເພາະ ເພື່ອຫຼີກລ່ຽງບໍ່ໃຫ້ເກີດຫາງສຽງສັງຄົມ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ອາດເກີດຂຶ້ນພາຍໃນແຂວງ ໃຫ້ນັບມື້ມີຄວາມສະຫງົບໂດຍພື້ນຖານ.