ໜ້າຫຼັກ Tags ກົມໃຫຍ່ຕຳຫຼວດ

Tag: ກົມໃຫຍ່ຕຳຫຼວດ

ຫຼາຍພາກສ່ວນ ຮ່ວມກັນຫາລືແກ້ໄຂ ສະພາບການສັນຈອນ

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບ ກະຊວງການເງິນ, ກະຊວງສາທາລະນະສຸກ ແລະ ບໍລິສັດ ປະກັນໄພ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າທິດທາງແກ້ໄຂ ສະພາບການສັນຈອນ, ແກ້ໄຂອຸບັດຕິເຫດ ແລະ ວຽກງານໂຄສະນາ ຂຶ້ນໃນວັນທີ 26 ກຸມພາ 2019, ເປັນປະທານໂດຍ ພັທ ກົງສີ...

ຕຳຫຼວດ ລາວ-ຫງຽດນາມ ຮ່ວມມືກັນສະກັດກັ້ນ ແລະ ຕ້ານອາຊະຍາກຳ

ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຫ້ອງການອົງການສືບສວນ-ສອບສວນ ກະຊວງຕໍາຫຼວດ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ວຽກງານສືບສວນ-ສອບສວນ ແລະ ວຽກງານໄລ່ຊອກ-ໄລ່ຈັບ ຂຶ້ນໃນວັນທີ 20 ພະຈິກ 2018...

ລາວ-ຫວຽນນາມ ສືບຕໍ່ຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

ກອງປະຊຸມຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມລະຫວ່າງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມໃຫຍ່ຕຳຫຼວດ ກະຊວງຕຳຫຼວດ ສສ ຫວຽດນາມ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຝ່າຍລາວນຳໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ...

ກົມຕຳຫຼວດສືບສວນ-ສອບສວນ ເຊື່ອມຊຶມເອກະສານຂອງພັກ

ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ບັນດາເອກະສານມະຕິ, ຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ເພື່ອໃຫ້ພະນັກງານຫຼັກແຫຼ່ງໄດ້ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆ ແລ້ວພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ໃນວັນທີ 13 ກໍລະກົດ 2018 ເປັນປະທານໂດຍ ພັອ ຄຳຜອງ ວິຈິດ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ. ບັນດາເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີ: ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ...

ຫ້ອງການກວດກາ ແລະ ຄຸ້ມຄອງຢາເສບຕິດ ເຜີຍແຜ່ມະຕິ-ຄຳສັ່ງຂອງພັກ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ, ຄຳສັ່ງຂອງກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ພ້ອມທັງເຜີຍແຜ່ກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ( ສະບັບປັບປຸງ ); ເຜີຍແຜ່ໂດຍ ພັອ ອ່ອນຜິວ ໂຄ້ງວຽງທອງ ຄະນະພັກກົມໃຫຍ່ຕຳຫຼວດ ເລຂາພັກຮາກຖານ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ມີພະນັກງານ-ນັກຮົບພາຍໃນຫ້ອງການເຂົ້າຮ່ວມ...

ສະຫຼຸບປະເມີນຜົນແຜນງານ ອົດສະຕຣາລີ-ອາຊີ ຕ້ານການຄ້າມະນຸດ ປະຈຳລາວ

ຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຮ່ວມກັບຄະນະຮັບຜິດຊອບແຜນງານ ອົດສະຕຣາລີ-ອາຊີ ເພື່ອຕ້ານການຄ້າມະນຸດ ປະຈໍາ ສປປ ລາວ ( ແອບທິບ ) ໄດ້ກອງປະຊຸມສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດແຜນງານ ອົດສະຕຣາລີ-ອາຊີ ເພື່ອຕ້ານການຄ້າມະນຸດ ປະຈໍາລາວ ແຕ່ປີ 2013-2018 ໃນວັນທີ...

ກົມໃຫຍ່ຕຳຫຼວດ ມອບເງິນຊ່ວຍເຫຼືອພະນັກງານທີ່ຖືກຜົນກະທົບຈາກໄຟໄໝ້

ທ້າຍເດືອນມີນາຜ່ານມານີ້, ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ ມອບເງິນຈຳນວນ 15.000.000 ກີບ ຊ່ວຍເຫຼືອພະນັກງານວິທະຍາຄານຕຳຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນຄອບຄົວພະນັກງານ ທີ່ໄດ້ເກີດຂຶ້ນໃນວັນທີ 27 ມັງກອນ 2018...