ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບ ກະຊວງການເງິນ, ກະຊວງສາທາລະນະສຸກ ແລະ ບໍລິສັດ ປະກັນໄພ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າທິດທາງແກ້ໄຂ ສະພາບການສັນຈອນ, ແກ້ໄຂອຸບັດຕິເຫດ ແລະ ວຽກງານໂຄສະນາ

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຮ່ວມກັບ ກະຊວງການເງິນ, ກະຊວງສາທາລະນະສຸກ ແລະ ບໍລິສັດ ປະກັນໄພ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າທິດທາງແກ້ໄຂ ສະພາບການສັນຈອນ, ແກ້ໄຂອຸບັດຕິເຫດ ແລະ ວຽກງານໂຄສະນາ ຂຶ້ນໃນວັນທີ 26 ກຸມພາ 2019, ເປັນປະທານໂດຍ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ, ມີຕາງໜ້າຈາກກົມກອງກ່ຽວຂ້ອງຈາກ ກະຊວງການເງິນ, ກະຊວງສາທາລະນະສຸກ ແລະ ບໍລິສັດປະກັນໄພ ເຂົ້າຮ່ວມ.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກ່າວວ່າ:

ການປຶກສາຫາລືຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າຫາວິທີແກ້ໄຂ ສະພາບການຈະລາຈອນ ແລະ ສະພາບອຸບັດຕິເຫດໃຫ້ມີຄວາມວ່ອງໄວ, ນໍາສົ່ງຄົນເຈັບໄປໂຮງໝໍໃຫ້ທັນເວລາ, ມີການໄກ່ເກ່ຍຂອງ ບໍລິສັດ ປະກັນໄພ ຕໍ່ຄູ່ກໍລະນີມາເຖິງສະຖານທີ່ເກີດເຫດ ໃຫ້ມີຄວາມວ່ອງໄວ ແລະ ທັນເວລາ ເພື່ອຈະໄດ້ແກ້ໄຂ ແລະ ລະບາຍເສັ້ນທາງເທດສະບານທີ່ພາຫະນະແໜ້ນໜາ, ແອອັດ, ການສັນຈອນເຄື່ອນຕົວຊ້າ ໃນໂມງເຂົ້າການ-ເລີກການ, ງານບຸນປະເພນີ ແລະ ວັນສໍາຄັນ ຂອງຊາດ. 

ນອກຈາກນັ້ນ, ຍັງຈະໄດ້ພ້ອມກັນປຶກສາຫາລືແກ້ໄຂ ບັນຫາຜູ້ໃຊ້ລົດ-ໃຊ້ຖະໜົນ ຈໍານວນໜຶ່ງຂາດສະຕິ, ບໍ່ເຄົາລົບກົດຈະລາຈອນ, ດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ຂັບຂີ່ລົດໄວ, ລ່ວງປ້າຍຫ້າມ, ໄຟອໍານາດ, ແລ່ນບໍ່ຖືກຊ່ອງຈະລາຈອນ, ຈອດລົດຊະຊາຍຕາມທ້ອງຖະໜົນຫຼວງ, ດັດແປງສະພາບເຕັກນິກລົດ ແລະອື່ນໆທີ່ເປັນສາເຫດ ໃຫ້ການຈະລາຈອນແອອັດ ແລະ ເກີດອຸບັດຕິເຫດໄດ້ງ່າຍ.