ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈຳປີ 2019

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈຳປີ 2019 ໄດ້ຈັດຂຶ້ນໃນວັນທີ 26-27 ກຸມພາ 2019, ໂດຍການເປັນປະທານຂອງ ພົຈວ ຄໍາສຸກ ວິອິນທະວົງ ປະທານກຳມາທິການ ປກຊ-ປກສ, ມີ ຮອງປະທານກຳມາທິການ, ບັນດາກໍາມະການຂອງ ກຳມາທິການ ປກຊ-ປກສ ຢູ່ແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຈວ ພູມມີ ວັນດີໄຊ ຮອງປະທານກຳມາທິການ ປກຊ-ປກສ ປະຈຳ ສະພາແຫ່ງຊາດ ກ່າວວ່າ:

ມີ ຮອງປະທານກຳມາທິການ, ບັນດາກໍາມະການຂອງ ກຳມາທິການ ປກຊ-ປກສ ຢູ່ແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໃນໄລຍະ 1 ປີຜ່ານມາ, ກຳມາທິການ ປກຊ-ປກສ ໄດ້ຕັ້ງໜ້າຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍຕາມແຜນລວມຂອງ ສະພາແຫ່ງຊາດ ນັບທັງພິຈາລະນາປະກອບຄໍາເຫັນ ໃນວາລະກອງປະຊຸມສໍາມະນາ, ກອງປະຊຸມສະໄໝສາມັນ ສະພາແຫ່ງຊາດ ແລະ ກອງປະຊຸມສະພາປະຊາຊົນແຂວງ ແຕ່ລະເຂດເລືອກຕັ້ງ;

ພ້ອມທັງບັນດານິຕິກຳ ພາຍໃຕ້ກົດໝາຍຂອງແຕ່ລະທ້ອງຖິ່ນ ໃນເຂດເລືອກຕັ້້ງຂອງແຕ່ລະພາກສ່ວນ, ໄດ້ໃຊ້ສິດຕາມພາລະບົດບາດໃນການຄົ້ນຄວ້າພິຈາລະນາ ແລະ ປະກອບຄໍາຄິດ-ຄໍາເຫັນ ຢ່າງເລິກເຊິ່ງ ແລະ ຖີ່ຖ້ວນຕໍ່ກັບ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການພັດທະນາຊົນນະບົດ, ການລຶບລ້າງຄວາມທຸກຍາກ

ຕິດພັນກັບ ວຽກງານ 3 ສ້າງ ແລະ ວຽກງານອື່ນໆ ກ້າວໄປເຖິງການປະຊາມະຕິຮັບຮອງເອົາ ໂດຍສະເພາະແມ່ນ ມະຕິ 097 ສພຊ ມາດຕາ 3 ທີ່ກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ ແລະ ອຸບັດຕິເຫດ ແລະ ບັນດາມະຕິອື່ນ ທີ່ໄດ້ຮັບຮອງເອົາ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5, 6 ຂອງ ສະພາແຫ່ງຊາດ.

ກອງປະຊຸມ ຍັງໄດ້ວາງແຜນທິດທາງໃນຕໍ່ໜ້າ ເຊິ່ງຈະໄດ້ນໍາເອົາບັນດາກົດໝາຍທີ່ພົວພັນກັບຂົງເຂດ ປກຊ-ປກສ ລົງເຜີຍແຜ່ໃຫ້ນາຍ ແລະ ພົນທະຫານ-ຕໍາຫຼວດ ໃຫ້ຮັບຮູ້ ແລະ ເຂົ້າໃຈໃນການນໍາໄປຈັດຕັ້ງປະຕິບັດ

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ວາງແຜນທິດທາງໃນຕໍ່ໜ້າ ເຊິ່ງຈະໄດ້ນໍາເອົາບັນດາກົດໝາຍທີ່ພົວພັນກັບຂົງເຂດ ປກຊ-ປກສ ລົງເຜີຍແຜ່ໃຫ້ນາຍ ແລະ ພົນທະຫານ-ຕໍາຫຼວດ ໃຫ້ຮັບຮູ້ ແລະ ເຂົ້າໃຈໃນການນໍາໄປຈັດຕັ້ງປະຕິບັດ ໂດຍສະເພາະແມ່ນກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ແລະ ສະບັບປັບປຸງປີ 2017 ໃຫ້ ອົງການສືບສວນ-ສອບສວນຂອງ ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານ ເພື່ອເຮັັດໃຫ້ກົດໝາຍດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບຂອງ ອົງການດຳເນີນຄະດີອາຍາ; ເອົາໃຈໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆຂອງຊາດ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 7, 8 ຂອງ ສະພາແຫ່ງຊາດ ເພື່ອຮັບປະກັນເຮັດໃຫ້ການຕົກລົງບັນຫາດັ່ງກ່າວ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ.