ຂ່າວຕ່າງປະເທດລາຍງານວ່າ: ພາວະຫຸ້ນຕົກໃນປີ 2018 ເຮັດໃຫ້ຄວາມຮັ່ງມີຂອງມະຫາເສດຖີໂລກຫຼຸດລົງປະມານ 1 ລ້ານລ້ານໂດລາສະຫະລັດ ໂດຍຊາວຈີນຫຼາຍກວ່າ 212 ຄົນສູນເສຍສະຖານະມະຫາເສດຖີ ມີອັນດັບຫຼຸດລົງມາຢູ່ພຽງຮັ່ງມີທຳມະດາ ຈາກການລາຍງານປະຈຳປີຂອງຫູຣຸ່ນ ວະລະສານຈັດອັນດັບມະຫາເສດຖີຂອງຈີນ.

ຂ່າວລາຍງານໃຫ້ຮູ້ວ່າ ວັນທີ 31 ມັງກອນ 2019, ຈີນ ມີມະຫາເສດຖີຫຼາຍກວ່າທຸກປະເທດໃນໂລກ 658 ຄົນ ຕາມດ້ວຍສະຫະລັດ 584 ຄົນ ແລະ ນະຄອນຫຼວງປັກກິງ ເມືອງຫຼວງຂອງຈີນ ມີມະຫາເສດຖີອາໃສຢູ່ຫຼາຍທີ່ສຸດ 103 ຄົນ ຕາມດ້ວຍນະຄອນນິວຢອກ ສະຫະລັດ ອາເມລິກາ 92 ຄົນ ແລະ ອັນດັບ 3 ເຂດບໍລິຫານພິເສດຮົງກົງຂອງຈີນ 69 ຄົນ.

ຂະນະທີ່ຈີິນ ແລະ ຊາດອື່ນໆໃນອາຊີມີຄົນຮັ່ງມີຫຼາຍຂຶ້ນຢ່າງຕໍ່ເນື່ອງ ແຕ່ມະຫະເສດຖີອັນດັບ 1 ຂອງໂລກຍັງເປັນທ່ານ ເຈບ ເບຊອດ ຊາວອາເມລິກາ ຜູ້ກໍ່ຕັ້ງບໍລິສັດ ອາເມຊອນ ດ້ວຍມູນຄ່າຊັບສິນທັງໝົດຕາມການປະເມີນ 147.000 ລ້ານໂດລາສະຫະລັດ, ທ່ານ ເບຊອດ ຄອງແຊັມບຸກຄົນທີ່ຮັ່ງມີທີ່ສຸດໃນໂລກ ເປັນຄັ້ງທີ 2 ຕິດຕໍ່ກັນ, ສ່ວນອັນດັບ 2 ຄື: ທ່ານ ບິນເກດ ຊາວອາເມລິກາ ຜູ້ຮ່ວມກໍ່ຕັ້ງບໍລິສັດໄມໂຄຣຊອບ ຈຳນວນຊັບສິນທັງໝົດ 96.000 ລ້ານໂດລາສະຫະລັດ ແລະ ອັນດັບ 3 ແມ່ນທ່ານ ວໍເຣນ ບັບເຟດ ຊາວອາເມລິກາ ມີຊັບສິນ 88.000 ລ້ານໂດລາສະຫະລັດ.

ສຳລັບທ່ານ ບິນເກດ ມີເງິນເພີ່ມຂຶ້ນໃນບັນຊີ 6.000 ລ້ານໂດລາສະຫະລັດ ສະເພາະໃນປີ 2018, ສ່ວນມະຫາເສດຖີ ອັນດັບ 1 ຂອງຈີນ ຄື: ທ່ານ ແຈັກໝ່າ ຜູ້ກໍ່ຕັ້ງບໍລິສັດ ອາລີບາບາ ຈຳນວນຊັບສິນ 39.000 ລ້ານໂດລາສະຫະລັດ. ແຕ່ອັນດັບ 1 ຂອງອາຊີ ແລະ ອັນດັບ 10 ຂອງໂລກຄື: ທ່ານ ມູເກດ ອຳບານີ ຊາວອິນເດຍ ເຈົ້າຂອງເຄືອຂ່າຍທຸລະກິດຣີໄລແອນ ອິນດັດທຣີ ມີຊັບສິນຕາມການປະເມີນ 54.000 ລ້ານໂດລາສະຫະລັດ.