ໃນວັນທີ 27 ກຸມພາ ນີ້, ເກີດອຸບັດຕິເຫດລົດໄຟໂດຍສານເອຢິບ ທີ່ແລ່ນມາດ້ວຍຄວາມໄວສູງ ພຸ່ງຕຳເຫຼັກກັ້ນລາງລົດໄຟຢູ່ສະຖານີຣາມເສດໃນນະຄອນຫຼວງໄຄໂຣຂອງເອຢິບ ແຮງປະທະເຮັດໃຫ້ຖັງນ້ຳມັນລະເບີດ ແລະ ເກີດໄຟໄໝ້ຢ່າງຮ້າຍແຮງ ເຈົ້າໜ້າທີ່ພົບຮ່າງຜູ້ເຄາະຮ້າຍເສຍຊີວິດແລ້ວຢ່າງໜ້ອຍ 25 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 50 ຄົນ. ຫຼັງຈາກເກີດເຫດບໍ່ພໍເທົ່າໃດຊົ່ວໂມງ ທ່ານ ຮີຊາມ ອາຣາຟັດ ລັດຖະມົນຕີກະຊວງຄົມມະນາຄົມ ປະກາດລາອອກຈາກຕຳແໜ່ງ.

ຂ່າວລາຍງານໃຫ້ຮູ້ອີກວ່າ: ທ່ານ ໂມຮຳເໝັດ ຊາອິດ ຜູ້ອຳນວຍການໂຮງໝໍ ກ່າວວ່າ ອຸບັດຕິເຫດຄັ້ງນີ້ ອາດມີຜູ້ເສຍຊີວິດເພີ່ມຂຶ້ນອີກ ເນື່ອງຈາກວ່າມີຜູ້ບາດເຈັບຫຼາຍຄົນອາການສາຫັດ. ພາບຈາກກ້ອງວົງຈອນປິດທີ່ເຜີຍແຜ່ທາງອອນລາຍ ເຜີຍໃຫ້ເຫັນວ່າ ລົດໄຟຂະບວນດັ່ງກ່າງພຸ່ງຕຳເຫຼັກກັ້ນສາລາໂດຍບໍ່ໄດ້ຫຼຸດຜ່ອນຄວາມໄວລົງ ແລະ ພາບອີກຈຸດໜຶ່ງພາຍໃນສະຖານີ ເຜີຍໃຫ້ເຫັນວ່າ ເກີດໄຟລຸກໄໝ້ລົດໄຟ ແລະ ສາລາທີ່ຢູ່ຕິດກັນ.

ນອກນັ້ນ, ຍັງເຫັນຜູ້ຄົນແລ່ນເຂົ້າໄປຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບສົ່ງໂຮງໝໍ. ຫຼັງຈາກເກີດເຫດ ທ່ານ ມອດສະຕາຟາ ມັດບູລີ ນາຍົກລັດຖະມົນຕີຂອງເອຢິບ ໄດ້ໄປກວດສະຖານທີ່ເກີດເຫດ ແລະ ທັງເນັ້ນໃຫ້ເຈົ້າໜ້າທີ່ສືບສວນຫາສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້ ພ້ອມທັງຈະໃຫ້ການຊ່ວຍເຫຼືອຄອບຄົວຜູ້ເຄາະຮ້າຍນຳອີກ.

ລະບົບລົດໄຟເອຢິບ ມີຄວາມປອດໄພຕ່ຳ ສາເຫດຫຼັກແມ່ນເກີດຈາກລົດໄຟເກົ່າ, ຂາດການສ້ອມແປງ ແລະ ລະບົບບໍລິຫານຈັດການບໍ່ດີ ໃນປີ 2017 ເກີດອຸບັດຕິເຫດລົດໄຟຕຳກັນ ຫຼື ຕົກລາງໃນເອຢິບ ປະມານ 1.793 ຄັ້ງ, ເຊິ່ງມີສະຖິຕິສູງຂຶ້ນຈາກ 1.249 ຄັ້ງ ໃນປີ 2016.