ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຫາດຊາຍຟອງ

ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນວັນທີ 27 ກຸມພາ 2019 ເພື່ອໃຫ້ບັນດາຄະນະກອງບັນຊາການ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບທົ່ວ ປກສ ເມືອງ ຮັບຮູ້ ແລ້ວນຳເອົາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານ ໃຫ້ເກີດປະໂຫຍດສູງສຸດ.

ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຫາດຊາຍຟອງ ໄດ້ເຜີຍແຜ່ 2 ມະຕິ ທີ່ນອນຢູ່ໃນມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ຄື:

ມະຕິ ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ລະບຸວ່າ:

ພັກເຮົາຍາມໃດກໍເດີນຕາມແນວທາງມະຫາຊົນ, ຢຶດທັດສະນະຖືປະຊາຊົນເປັນກົກ, ເປັນກໍາລັງແຮງຂອງການປະຕິວັດ ແລະ ຖືການສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດທີ່ບໍ່ປ່ຽນແປງ ທັງເປັນມາດຕະການພື້ນຖານໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ເພື່ອເປັນພື້ນຖານອັນໜັກແໜ້ນຂອງ ລະບອບປະຊາທິປະໄຕ ປະຊາຊົນ.

ມະຕິ ວ່າດ້ວຍ ເພີ່ມທະວີການນໍາພາແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຄວາມເຂັ້ມແຂງຂອງ ການຄຸ້ມຄອງມະຫາພາກ ໄດ້ລະບຸໄວ້ວ່າ:

ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຄວາມຫຍຸ້ງຍາກ ດ້ານການເງິນ-ງົບປະມານ, ບັນຫາໜີ້ສິນສາທາລະນະ ແລະ ຄວາມອ່ອນແອຂອງວຽກງານແຜນການ, ການເງິນ ກໍຄື ເສດຖະກິດມະຫາພາກ ຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນດ້ານຕ່າງໆ;

ໃນນັ້ນ, ລວມທັງຄວາມຫຍຸ້ງຍາກອັນໜັກໜ່ວງ ດ້ານເສດຖະກິດ-ການເງິນ ໄດ້ຮັບການໄຈ້ແຍກເລິກເຊິ່ງຕື່ມອິກ, ທັງຊີ້ໃຫ້ເຫັນວ່າ ບັນຫາທີ່ເກີດຂຶ້ນໄດ້ກາຍເປັນໄພອັນຕະລາຍທີ່ແທ້ຈິງ ຕໍ່ບົດບາດການນໍາພາຂອງພັກ ແລະ ລະບອບໃໝ່ຂອງເຮົາ ຢືນຕໍ່ໜ້າສິ່ງທ້າທາຍທົດສອບອັນໜັກໜ່ວງ, ຄະນະບໍລິຫານງານສູນກາງພັກ ໄດ້ຖືການແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ເປັນວຽກທີ່ມີລັກສະນະເປັນໃຈກາງໃນວາລະການເຄື່ອນໄຫວຂອງຕົນ.

ຂ່າວຍັງໃຫ້ຮູ້ອີກ ວ່າ:

ວັນທີ 21 ກຸມພາ 2019, ຄະນະໂຄສະນາອົບຮົມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍຍັງໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X, ເຜີຍແຜ່ໂດຍ ທ່ານ ດຣ ຄອນສະຫວັນ ເທບພະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງສີສັດຕະນາກ, ມີພະນັກງານຫຼັກແຫຼ່ງແຕ່ລະຫ້ອງ ການອ້ອມຂ້າງເມືອງ ເຂົ້າຮ່ວມ.