ເປັນປະທານຮ່ວມໂດຍ ທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງ ຣາຊະອານາຈັກ ລຸກຊຳບວກ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມໃນຫົວຂໍ້ ” ສ້າງຄວາມເຂັ້ມແຂງ ໃນການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ແລະ ປະມວນກົດໝາຍອາຍາ ” ໃນລະຫວ່າງວັນທີ 26-28 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງ ຣາຊະອານາຈັກ ລຸກຊຳບວກ, ເປັນປະທານຮ່ວມໂດຍ ທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມໃນຫົວຂໍ້ ” ສ້າງຄວາມເຂັ້ມແຂງ ໃນການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ບັນຫາຢາເສບຕິດ, ການຄ້າມະນຸດ, ການຟອກເງິນ ແລະ ປະມວນກົດໝາຍອາຍາ ”

ທ່ານ ບຸນຍັງ ຈັນດາລະສານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຍົກໃຫ້ເຫັນ ບັນຫາອາຊະຍາກຳທີ່ມີລັກສະນະ ສະຫຼັບສັບຊ້ອນ ແລະ ຮ້າຍແຮງ ກໍຄື

ອາຊະຍາກຳຢາເສບຕິດ ແລະ ການຄ້າມະນຸດຢູ່ ສປປ ລາວ ທີ່ນັບມື້ເພີ່ມທະວີຄວາມຮຸນແຮງ, ຈາກການເຄື່ອນໄຫວພາຍໃນປະເທດ ເປັນອາຊະຍາກຳທີ່ມີລັກສະນະຂ້າມຊາດ ສະແດງອອກນັບແຕ່ປີ 2016-2018 ສາມາດສັ່ງຟ້ອງຄະດີຢາເສບຕິດ ຈຳນວນ 11.760 ເລື່ອງ ແລະ ຄະດີຄ້າມະນຸດ 56 ເລື່ອງ.

ການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນຈາກພາຍໃນປະເທດ, ພາກພື້ນ ແລະ ສາກົນ

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ຈະສຸມໃສ່ແລກປ່ຽນບົດຮຽນໃນຫຼາກຫຼາຍຫົວຂໍ້ ເປັນຕົ້ນແມ່ນ ການຕ້ານອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງ ໂດຍສະເພາະ ຢາເສບຕິດ, ການຄ້າມະນຸດ ແລະ ການຟອກເງິນຈາກພາຍໃນປະເທດ, ພາກພື້ນ ແລະ ສາກົນ; ການຮ່ວມມືທາງອາຍາ ແລະ ການສົ່ງຜູ້ຮ້າຍຂ້າມແດນ; ການສົມທຽບ ແລະ ວິທີປະຕິບັດກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ສະບັບປີ 2010 ແລະ ປີ 2017 ແລະ ປະມວນກົດໝາຍອາຍາ.

ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ

ເຊິ່ງບັນດາຫົວຂໍ້ດັ່ງກ່າວ ລ້ວນແຕ່ແມ່ນ ເນື້ອໃນສຳຄັນທີ່ຈະນຳມາປຶກສາຄົ້ນຄວ້າ, ປະກອບຄຳ ເຫັນ ແລະ ແລກປ່ຽນບົດຮຽນປະສົບການໃນແຕ່ລະບັນຫາ ດ້ວຍຄວາມຮັບຜິດຊອບສູງ ພ້ອມກັນຊອກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງມາດຕະການຕົວຈິງໃນການຮ່ວມມືກັນແກ້ໄຂ ໃນສະເພາະໜ້າທີ່ມີປະສິດທິພາບກວ່າເກົ່າ.