ໃຫ້ກຽດຕັດແຖບຜ້າໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນທຽມ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ແພດທິກ ບຣາວເວີ ຮອງຜູ້ອຳນວຍການອົງການ USAID

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດນຳໃຊ້ເວບໄຊ ວຽກງານປົກປ້ອງຜູ້ຊົມໃຊ້ ( www.lcp.gov.la ) ຢ່າງເປັນທາງການ ເພື່ອເປັນຊ່ອງທາງໃນການເຜີຍແຜ່ຂໍ້ມູນວຽກງານດັ່ງກ່າວໃຫ້ສັງຄົມຮັບຊາບ ແລະ ສາມາດຮ້ອງຮຽນຕໍ່ລັດຖະບານ ໄດ້ຢ່າງວ່ອງໄວ ໃນກໍລະນີທີ່ຜູ້ຊົມໃຊ້ບໍ່ໄດ້ຮັບຄວາມເປັນທຳ ຈາກການຊົມໃຊ້ສິນຄ້າ ຫຼື ການບໍລິການທີ່ບໍ່ເໝາະສົມ-ບໍ່ຍຸຕິທຳ ແລະ ແນໃສ່ປົກປ້ອງຜູ້ຊົມໃຊ້ໃຫ້ ໄດ້ຮັບຄວາມເປັນທຳ.

ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 26 ກຸມພາ 2019, ໃຫ້ກຽດຕັດແຖບຜ້າໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນທຽມ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ແພດທິກ ບຣາວເວີ ຮອງຜູ້ອຳນວຍການອົງການ USAID, ມີບັນດາທ່ານຕາງໜ້າຈາກກົມທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ ໃຫ້ຮູ້ວ່າ:

ເວບໄຊ ວຽກງານປົກປ້ອງຜູ້ຊົມໃຊ້ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ສະຫະລັດ ອາເມລິກາ ໂດຍຜ່ານອົງການ USAID, ຄຸ້ມຄອງໂດຍ ກົມການຄ້າພາຍໃນ;

ເນື້ອໃນຂໍ້ມູນເວບໄຊ ຈະຊ່ວຍໃຫ້ຜູ້ຊົມໃຊ້ຮັບຮູ້ເຖິງສິດຂອງຕົນ, ມີຂໍ້ມູນທີ່ບອກກ່ຽວກັບການຊື້ສິນຄ້າ ແລະ ການບໍລິການທີ່ປອດໄພ ແລະ ໃນໜ້າຫຼັກຂອງເວບໄຊ ມີຊ່ອງທາງການສົ່ງຄຳຮ້ອງທຸກໃຫ້ຜູ້ຊົມໃຊ້ແຈ້ງຂໍ້ມູນ ໃນກໍລະນີທີ່ຜູ້ຊົມໃຊ້ຖືກປະຕິບັດທີ່ບໍ່ເໝາະສົມ ຫຼື ບໍ່ມີຄວາມເປັນທຳ ເປັນຕົ້ນແມ່ນ ການໂຄສະນາເກີນຈິງ, ການບໍລິການບໍ່ເໝາະສົມ, ມີການຂາຍສິນຄ້າທີ່ບໍ່ໄດ້ຄຸນນະພາບ.

ນອກນັ້ນ, ຍັງສາມາດໂທແຈ້ງຜ່ານສາຍດ່ວນ 1510, ໃນເວບໄຊ ຍັງມີວິດີໂອ ກ່ຽວກັບ ວຽກງານປົກປ້ອງຜູ້ຊົມໃຊ້ທີ່ສະໜັບສະໜູນໂດຍ ອົງການ USAID ທີ່ສະແດງໃຫ້ເຫັນວ່າ ຜູ້ຊົມໃຊ້ສາມາດປົກປ້ອງຕົນເອງໄດ້.

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດນຳໃຊ້ເວບໄຊ ວຽກງານປົກປ້ອງຜູ້ຊົມໃຊ້ ( www.lcp.gov.la ) ຢ່າງເປັນທາງການ

ທ່ານ ແພດທິກ ບຣາວເວີ ກ່າວວ່າ:

ເວບໄຊ ວຽກງານປົກປ້ອງຜູ້ຊົມໃຊ້ ແມ່ນເຄື່ອງມືໃໝ່ອັນໜຶ່ງທີ່ໜ້າຕື່ນເຕັ້ນສຳລັບປະຊາຊົນ ທົ່ວປະເທດ ລວມທັງຕະຫຼາດຊື້-ຂາຍສິນຄ້າ ແລະ ການບໍລິການທີ່ມີມາດຕະຖານສູງ ທີ່ຊ່ວຍເຮັດໃຫ້ຜູ້ຊົມໃຊ້ ເຂົ້າເຖິງແຫຼ່ງປົກປ້ອງສິດຂອງຜູ້ຊົມໃຊ້ເຄື່ອງອຸປະໂພກ-ບໍລິໂພກ ແລະ ການບໍລິການຢ່າງຄຸ້ມຄ່າກັບເງິນທີ່ເຂົາເຈົ້າຈ່າຍໄປ ແລະ ຍັງເຮັດໃຫ້ເກີດການແຂ່ງຂັນທີ່ເປັນທຳ ສຳລັບຜູ້ປະກອບການ ແລະ ນັກທຸລະກິດໃນການສະໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບສູງ.