ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 37 ປີ ( 16 ກຸມພາ 1982-16 ກຸມພາ 2019 ) ໃນວັນທີ 27 ກຸມພາ 2019

ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 37 ປີ ( 16 ກຸມພາ 1982-16 ກຸມພາ 2019 ) ໃນວັນທີ 27 ກຸມພາ 2019, ເປັນກຽດປາຖະກະຖາໂດຍ ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ໂດຍມີ ທ່ານ ຄຳພາ ແສງດາລາ ຮອງປະທານສານປະ ຊາຊົນສູງສຸດ, ມີບັນດາສະມາຊິກພັກ, ພະນັກງານທົ່ວສານປະຊາຊົນສູງສຸດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ດາວບົວລະພາ ບາວົງເພັດ ໃຫ້ຮູ້ວ່າ:

ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ

ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ 2 ປີ 1980 ຈຶ່ງໄດ້ກຳນົດໃຫ້ມີຄະນະກວດກາ ເພື່ອຊ່ວຍສູນກາງພັກ, ລັດຖະບານ ແລະ ສະພາປະຊາຊົນສູງສຸດ ໃນການກວດກາການປະຕິບັດມະຕິຕ່າງໆຂອງພັກ, ກົດໝາຍ ແລະ ຂໍ້ກຳນົດຕ່າງໆຂອງລັດ;

ສະນັ້ນ, ສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະປະຈຳສະພາປະຊາຊົນສູງສຸດ ແລະ ສະພາລັດຖະມົນຕີ ຈຶ່ງໄດ້ອອກດຳລັດເລກທີ 02 ລົງວັນທີ 16 ກຸມພາ 1982 ສ້າງຕັ້ງ ຄະນະກຳມະການກວດກາພັກ-ລັດ ຂອງ ສູນກາງພັກປະຊາຊົນ ປະຕິວັດລາວ;

ເຊິ່ງເປັນກົງຈັກເອກະລາດ, ເຄື່ອນໄຫວຕາມຂໍ້ກຳນົດ ແລະ ຖືເອົາວັນທີ 16 ກຸມພາ 1982 ເປັນ ວັນສ້າງຕັ້ງອົງການກວດກາພັກ-ລັດ ຂອງ ສປປ ລາວ ຢ່າງເປັນທາງການ.

ມີບັນດາສະມາຊິກພັກ, ພະນັກງານທົ່ວສານປະຊາຊົນສູງສຸດ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ທ່ານຍັງໄດ້ກ່າວຕື່ມອີກ ວ່າ:

ການກວດກາ ແມ່ນເຮັດໃຫ້ການປະຕິບັດແນວທາງນະໂຍບາຍ, ຂໍ້ກຳນົດ, ລະບຽບການຕ່າງໆທີ່ວາງອອກສອດຄ່ອງກັບສະພາບຄວາມເປັນຈິງ, ຮັບປະກັນລັກສະນະວິທະຍາສາດ, ພາວະວິໄສ ແລະ ການຂະຫຍາຍຕົວໄປຕາມທິດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ກຳນົດອອກ, ຄຸ້ມຄອງປະຕິບັດບົດບາດຂອງຕົນຢ່າງຖືກຕ້ອງ, ເຂັ້ມງວດ ແລະ ສັກສິດ ພ້ອມທັງຍົກໃຫ້ເຫັນເຖິງຄວາມຈຳເປັນຂອງວຽກງານກວດກາ ແລະ ການສ້າງຕັ້ງ ອົງການກວດກາພັກ-ລັດ ສປປ ລາວ, ການເຕີບໃຫຍ່ຂະຫຍາຍຕົວຂອງ ອົງການກວດກາພັກ-ລັດ ສປປ ລາວ, ຜົນງານການເຄື່ອນໄຫວວຽກງານກວດກາ ໃນແຕ່ລະໄລຍະ, ຜົນໄດ້ຮັບ, ບົດຮຽນຈາກວຽກງານກວດກາໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ.

ປາຖະກະຖາ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 37 ປີ

ການປາຖະກະຖາວັນດັ່ງກ່າວ, ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານທົ່ວ ສານປະຊາຊົນສູງສຸດ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບ ພາລະບົດບາດຄວາມສຳຄັນ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງ ອົງການກວດກາພັກ-ລັດ ແຕ່ລະໄລຍະ, ເພື່ອປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ພະນັກງານທີ່ເຮັດວຽກງານກວດກາ ມີຄວາມຮັກໃນອາຊີບຂອງຕົນດ້ວຍຄວາມບໍລິສຸດໃຈ ແລະ ເປັນການປຸກລະດົມສ້າງຂະບວນການແຂ່ງຂັນ ” ຮັກຊາດ ແລະ ພັດທະນາ ” ຂອງ ຄະນະພັກ, ອົງການປົກຄອງຂັ້ນຂອງຕົນວາງອອກ ໃຫ້ປະກົດຜົນເປັນຈິງ.