ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ທົ່ວປະເທດ ປະຈໍາປີ 2018 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2019

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ນຳພາ-ບັນຊາກຳລັງປ້ອງກັນເຄື່ອນທີ່ ໃນຂອບເຂດທົ່ວປະເທດ ຈົ່ງເພີ່ມທະວີການຄຸ້ມຄອງກໍາລັງເຫຼົ່າວິຊາສະເພາະ ປ້ອງກັນເຄື່ອນທີ່ ເປັນເຈົ້າໃນການປະຈໍາການກຽມພ້ອມສູ້ຮົບໃຫ້ເຂັ້ມງວດກວ່າເກົ່າ ເພື່ອຮັບປະກັນການປະຕິບັດໜ້າທີ່ວິຊາສະເພາະ ກໍຄື ການແກ້ໄຂເຫດສຸກເສີນທີ່ອາດຈະເກີດຂຶ້ນໃຫ້ທັນເວລາ.

ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ທີ່ນຳພາ-ບັນຊາກຳລັງປ້ອງກັນເຄື່ອນທີ່ ໃນຂອບເຂດທົ່ວປະເທດ

ການໃຫ້ທິດຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ ທ່ານລັດຖະມົນຕີ ກະຊວງ ປກສ ເຂົ້າຮ່ວມ ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ທົ່ວປະເທດ ປະຈໍາປີ 2018 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2019 ໃນວັນທີ 27 ກຸມພາຜ່ານມາ, ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີ ຄະນະພັກ-ຄະນະບັນຊາ, ຕາງໜ້າກົມກອງອ້ອມຂ້າງກະຊວງ, ກອງພັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວເນັ້ນ ວ່າ:

ມີ ຄະນະພັກ-ຄະນະບັນຊາ, ຕາງໜ້າກົມກອງອ້ອມຂ້າງກະຊວງ, ກອງພັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ

ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃນທົ່ວກຳລັງປ້ອງກັນເຄື່ອນທີ່ ຈຶົ່ເພີ່ມທະວີການຄຸ້ມຄອງກໍາລັງເຫຼົ່າວິຊາສະເພາະຕ່າງໆ ໃນການປະຈໍາການກຽມພ້ອມສູ້ຮົບ ໃຫ້ເຂັ້ມງວດກວ່າເກົ່າ ທັງຮັກສາກໍາລັງປະຈໍາການໃຫ້ພຽງພໍ ເພື່ອຮັບປະກັນການປະຕິບັດໜ້າທີ່ວິຊາສະເພາະ ກໍຄື ການແກ້ໄຂເຫດສຸກເສີນທີ່ອາດຈະເກີດຂຶ້ນ ຢ່າງວ່ອງໄວ-ທັນເຫດການ;

ໃນນີ້, ຜູ້ບັນຊາແຕ່ລະຂັ້ນ ຈະຕ້ອງໄດ້ເພີ່ມທະວີການຕິດຕາມກວດກາ, ໃກ້ຊິດຕິດແທດພະນັກງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ຕ້ອງເປັນແບບຢ່າງທີ່ດີ ພ້ອມທັງກໍາສະພາບແນວຄິດຈິດໃຈ, ຈຸດພິເສດ ແລະ ການເຄື່ອນໄຫວໂດຍລວມຂອງເຂົາເຈົ້າໃຫ້ດີ, ຄຸ້ມຄອງໃຫ້ແໜ້ນ ເພື່ອຮັບປະກັນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດ.

ຄຽງຄູ່ກັນນີ້, ກໍຕ້ອງມີການຄົ້ນຄວ້າປັບປຸງສິລະປະຍຸດ-ຍຸດທະວິທີ ໃນການຕໍ່ສູ້ສະກັດກັ້ນກຸ່ມຄົນບໍ່ດີທີ່ຫວັງກໍ່ຄວາມບໍ່ສະຫງົບຢູ່ໃນສັງຄົມ ພ້ອມທັງຈັດຕັ້ງໃຫ້ມີການຝຶກຊ້ອມຫັດແອບສິລະປະຍຸດຂອງ ເຫຼົ່າຮົບວິຊາສະເພາະ ໃຫ້ມີຄວາມຊໍານິຊໍານານ, ຮັບປະກັນການອອກປະຕິບັດໜ້າທີ່ຕົວຈິງ ໃຫ້ສໍາເລັດຕາມເປົ້າໝາຍ.

ກອງບັນຊາການປ້ອງກັນເຄື່ອນທີ່

ທັງນີ້, ກໍເພື່ອເປັນການຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນຕັ້ງໜ້າຂອງ ກໍາລັງປ້ອງກັນເຄື່ອນທີ່ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ທັນສະໄໝ ຄຽງຄູ່ກັບ ການພັດທະນາເສດຖະກິດ-ສັງຄົມຊາດ ແລະ ຄວາມກ້າວໜ້າຂອງຍຸກສະໄໝ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ໃນໄລຍະໃໝ່.