ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ເມືອງໄຊຈໍາພອນ

0
2282
ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ

ວັນທີ 26 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໂດຍມີ ທ່ານ ຄຳພັດ ສຸລິຂັນ ເຈົ້າເມືອງໆໄຊຈຳພອນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ມີ ທ່ານ ຄຳພັດ ສຸລິຂັນ ເຈົ້າເມືອງໆໄຊຈຳພອນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ

ການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຈາກທ່ານເຈົ້າເມືອງ ເຊິ່ງເຫັນວ່າ:

ເມືອງໄຊຈຳພອນ ເປັນເມືອງວິລະຊົນ, ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2009, ເປັນເມືອງທີ່ມີພູກວມເອົາ 95% ຂອງເນື້ອທີ່ທັງໝົດ, ທົ່ວເມືອງມີ 17 ບ້ານ, ມີພົນລະເມືອງທັງໝົດ 10.600 ກວ່າຄົນ ຍິງ 5.200 ກວ່າຄົນ, ປະຊາຊົນສ່ວນໃຫຍ່ມີອາຊີບເຮັດນາ, ເຮັດໄຮ່ ແລະ ລ້ຽງສັດ, ມີມູນເຊື້ອຮັກຊາດ, ດຸໝັ່ນອາດຫານ, ມີຄວາມສາມັກຄີ, ພ້ອມພຽງຮຽງໜ້າກັນປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງຂອງຕົນນັບມື້ດີຂຶ້ນເປັນກ້າວໆ, ເຮັດໃຫ້ທົ່ວເມືອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 850 ໂດລາຕໍ່ຄົນຕໍ່ປີ ແຕ່ວ່າປັດຈຸບັນ ກໍຍັງມີຄອບຄົວທຸກຍາກ ກວມເອົາ 64%.

ການເດີນທາງໄປຢ້ຽມຢາມ ໂຄງການຂຸດຄົ້ນບໍ່ຄຳ ຄຳເກີດແສນອຸດົມ ພ້ອມທັງຢ້ຽມຊົມໂຮງງານຄັດແຍກແຮ່ຄຳຂອງໂຄງການດັ່ງກ່າວຕື່ມອີກ

ສໍາລັບຂໍ້ຄົງຄ້າງຂອງເມືອງ ແມ່ນຍັງເປັນເມືອງທຸກຍາກ, ເສັ້ນທາງຍັງມີຄວາມຫຍຸ້ງຍາກທຸລະກັນດານ, ລະບົບພື້ນຖານໂຄງລ່າງ ເປັນຕົ້ນ ໄຟຟ້າ, ນໍ້າສະອາດ, ລະບົບໂທລະຄົມມະນາຄົມການສື່ສານ ແລະອື່ນໆ ຍັງບໍ່ທັນທົ່ວເຖິງ, ຄຸນນະພາບການຮຽນ-ການສອນ ຍັງບໍ່ທັນສູງ, ການລຶບລ້າງຄວາມທຸກຍາກ ຍັງບໍ່ທັນມີຄວາມຍືນຍົງ, ການຜະລິດເປັນສິນຄ້າ ຍັງມີໜ້ອຍ, ຄວາມຮັບຮູ້ຕໍ່ນະໂຍບາຍ ແລະ ເຕັກນິກວິທະຍາສາດຕ່າງໆ ຍັງບໍ່ທັນສູງເທົ່າທີ່ຄວນ.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ໂອ້ລົມ ໂດຍເນັ້ນໜັກໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

ທ່ານຮອງນາຍົກລັດຖະມົນຕີ ມອບເຄື່ອງນຸ່ງຫົ່ມ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ພ້ອມດ້ວຍເງິນສົດ ຈຳນວນ 30 ລ້ານກີບ ໃຫ້ ເມືອງໄຊຈຳພອນ
  • ເອົາໃຈໃສ່ສືບຕໍ່ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ຮັບປະກັນໃຫ້ທົ່ວເມືອງ ມີຄວາມສະຫງົບ ແລະ ປອດໄພ;
  • ສຸມໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ເລິກເຊິ່ງເຖິງຖອງ ແລະ ສາມາດຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ກົດໝາຍ-ລະບຽບການທີ່ພັກ-ລັດຖະບານວາງອອກ ໃຫ້ມີຜົນສຳເລັດເປັນກ້າວໆ;
  • ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ, ການບໍລິການດ້ານສາທາລະນະສຸກ ໃຫ້ມີຄຸນນະພາບສູງ ແລະ ທັນສະໄໝຂຶ້ນກວ່າເກົ່າ;
  • ສືບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການກວ້າງຂວາງ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເຄື່ອງນຸ່ງຫົ່ມ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ພ້ອມດ້ວຍເງິນສົດ ຈຳນວນ 30 ລ້ານກີບ ໃຫ້ ເມືອງໄຊຈຳພອນ.

ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ

ໃນມື້ດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມເຮືອນ ແລະ ບ້ານເກີດຂອງ ທ່ານ ສີສົມພອນ ລໍວັນໄຊ ອະດີດການນຳຮຸ່ນທຳອິດຂອງພັກ ແລະ ລັດຖະບານ ທີ່ບ້ານໂພນງາມ ເມືອງໄຊຈຳພອນ.

ນອກຈາກນັ້ນ, ກໍຍັງໄດ້ເດີນທາງໄປຢ້ຽມຢາມ ໂຄງການຂຸດຄົ້ນບໍ່ຄຳ ຄຳເກີດແສນອຸດົມ ພ້ອມທັງຢ້ຽມຊົມໂຮງງານຄັດແຍກແຮ່ຄຳຂອງໂຄງການດັ່ງກ່າວຕື່ມອີກ.