ເຂົ້າຮ່ວມເປັນປະທານໂດຍ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ທັງເປັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ມີ ພົຈວ ທອງຈັນ ຈັນທະພົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ

ໃນຕອນເຊົ້າຂອງວັນທີ 26 ກຸມພາ 2019, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ຂຶ້ນທີ່ສະໂມສອນຂອງ ກອງບັນຊາການ ປກສ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື ທັງເປັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ມີ ພົຈວ ທອງຈັນ ຈັນທະພົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 5 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ.

ມີ ຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ 5 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ

ພັທ ສັກສິດ ສີພັນດວງ ຮອງຫົວໜ້າຫ້ອງການກອງບັນຊາການ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ

ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ເຊິ່ງທ່ານກໍໄດ້ລາຍງານສະພາບການຂອງໂລກ ແລະ ພາກພື້ນ, ສະພາບການພາຍໃນແຂວງ ກໍຄື ສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ແລະ ສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນສັງຄົມ.

ຈາກນັ້ນ, ທ່ານກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບ ໃນປີ 2018 ເຊິ່ງໃນ 1 ປີຜ່ານມາ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ ແລະ ປົກປັກຮັກສາຄວາມເປັນລະບຽບຮ້ອຍທາງດ້ານສັງຄົມ, ເອົາໃຈໃສ່ປັບປຸງ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ, ຍົກສູງຄຸນນະພາບການເປັນເສນາທິການຂອງ ຄະນະບັນຊາແຕ່ລະຂັ້ນ ໃຫ້ເຂົ້າສູ່ລະບອບລະບຽບ ແລະ ຄຸນນະພາບໃໝ່.

ພ້ອມນັ້ນ, ທ່ານກໍໄດ້ຜ່ານທິດທາງແຜນການວຽກງານຈຸມສຸມ ໃນປີ 2019 ທາງ ກອງບັນຊາການ ປກສ ແຂວງ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານ, 41 ໂຄງການ ເພື່ອປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສືບຕໍ່ປັບປຸງ-ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝຍິ່ງຂຶ້ນ, ເອົາໃຈໃສ່ເຮັດວຽກງານພະລາທິການປ້ອງກັນຄວາມສະຫງົບ ໃຫ້ມີຄວາມຮັບປະກັນກັບໜ້າທີ່ວຽກງານໃຫ້ຫຼາຍຂຶ້ນ.

ການປະຕິບັດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂເລື່ອນຊັ້ນ

ກອງປະຊຸມ ຍັງໄດ້ອະນຸຍາດໃຫ້ຜູ້ແທນຂຶ້ນປະກອບຄຳຄິດຄຳເຫັນ ຕາມຄຳຖາມເຈາະຈີ້ມໃນແຕ່ລະຂົງເຂດວຽກງານ ເປັນຕົ້ນແມ່ນ:

ວຽກງານການເມືອງນຳພາແນວຄິດ, ວຽກງານສັນຕິບານ, ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ວຽກງານຈາລະຈອນ ແລະ ວຽກງານວິຊາສະເພາະອື່ນໆ ເພື່ອເຮັດໃຫ້ຮ່າງບົດສະຫຼຸບ ປະຈຳປີ ແລະ ທິດທາງແຜນການ ມີເນື້ອໃນຄົບຖ້ວນສົມບູນ ແລະ ສອດຄ່ອງ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂົງເຂດວຽກງານຕົວຈິງໃນຕໍ່ໜ້າ.

ທ່ານ ພົຈວ ທອງຈັນ ຈັນທະພົງ ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ບັນດາສະຫາຍນາຍ ແລະ ພົນຕຳຫຼວດ

ໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຄັ້ງນີ້, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຍັງໄດ້ປະຕິບັດນະໂຍບາຍເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂເລື່ອນຊັ້ນ ໂດຍໄດ້ເລື່ອນຊັ້ນ ຮຕ ຂຶ້ນ ຮທ ຈຳນວນ 34 ສະຫາຍ, ຍິງ 9 ສະຫາຍ, ເລື່ອນຊັ້ນ ສອ ຂຶ້ນ ວທ ຈຳນວນ 3 ສະຫາຍ; ເລື່ອນຊັ້ນ ສທ ຂຶ້ນ ສອ ຈຳນວນ 16 ສະຫາຍ, ຍິງ 3 ສະຫາຍ ແລະ ເລື່ອນຊັ້ນ ສຕ ຂຶ້ນ ສທ ຈຳນວນ 2 ສະຫາຍ, ຍິງ 1 ສະຫາຍ. ຈາກນັ້ນ, ທ່ານ ພົຈວ ທອງຈັນ ຈັນທະພົງ ກໍໄດ້ໃຫ້ກຽດຂຶ້ນປະດັບຊັ້ນໃຫ້ບັນດາສະຫາຍນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ຢ່າງສົມກຽດ.

ຕອນທ້າຍ, ທ່ານ ເລັດ ໄຊຍະພອນ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມສະຫງົບຂອງ ກອງບັນຊາການ ປກສ ແຂວງ ແລະ ທ່ານຍັງໄດ້ເນັ້ນໜັກຕື່ມອີກຫຼາຍບັນຫາ ເປັນຕົ້ນ:

ກອງບັນຊາການ ປກສ ແຂວງອັດຕະປື

ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ໃນກຳລັງໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງຂອງພັກ, ສູ້ຊົນເຮັດສຳເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ເຮັດວຽກງານວິຊາສະເພາະ ໂດຍແນໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຊັ່ນ: ບັນຫາຢາເສບຕິດ, ບັນຫາອຸບັດຕິເຫດ, ບັນຫາລັກຊັບ-ຊິງຊັບພົນລະເມືອງ ແລະ ບັນຫາອື່ນໆ; ທັງນີ້, ກໍໍເພື່ອເຮັດໃຫ້ທົ່ວສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ແຂວງອັດຕະປື ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເປັນກ້າວໆ.