ກອງປະຊຸມຮ່ວມມືສະກັດກັ້ນ-ຕ້ານອາຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມລະຫວ່າງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມໃຫຍ່ຕຳຫຼວດ ກະຊວງຕຳຫຼວດ ສສ ຫວຽດນາມ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຝ່າຍລາວນຳໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕຳຫຼວດ ແລະ ຝ່າຍຫວຽດນາມນຳໂດຍ ພົຕ ເຈີນວັນເວະ ຮັກສາການຫົວໜ້າກົມໃຫຍ່ຕຳຫຼວດ.

ກອງປະຊຸມໃນຄັ້ງນີ້, ທັງສອງຝ່າຍໄດ້ຕີລາຄາຜົນສຳເລັດການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ,ໃນ 1 ປີຜ່ານມາ ເຫັນວ່າ ທັງສອງຝ່າຍໄດ້ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືຄັ້ງທີ່ຜ່ານມາ ໄດ້ເປັນຢ່າງດີ

ເປັນຕົ້ນແມ່ນ: ບັນຫາການແລກປ່ຽນຂໍ້ມູນຂ່າວສານ, ຊ່ວຍເຫຼືອໃນການໄລ່ຊອກໄລ່ຈັບເປົ້າໝາຍທີ່ກໍ່ເຫດຢູ່ປະເທດໜຶ່ງແລ້ວເອົາຕົວລົບໜີໄປລີ້ຊ່ອນຢູ່ອີກປະເທດໜຶ່ງ, ການຮ່ວມມືສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາຄ້າຂາຍສິ່ງຜິດກົດໝາຍ, ບັນຫາຄ້າມະນຸດ, ບັນຫາຄ້າຂາຍເຖື່ອນທຸກຮູບແບບ, ບັນຫາອາຊະຍາກຳຂ້າມຊາດດ້ານຕ່າງໆ, ການບຳລຸງຍົກລະດັບໃຫ້ແກ່ກຳລັງຕຳຫຼວດ, ການຊ່ວຍເຫຼືອກັນໃນເວທີສາກົນອາຊຽນ ແລະ ບັນຫາອື່ນໆ.

ສຳລັບທິດທາງໃນຕໍ່ໜ້າ, ທັງສອງຝ່າຍເປັນເອກະພາບກັນສືບຕໍ່ຮ່ວມມືໃນຫຼາຍດ້ານທີ່ພົວພັນເຖິງວຽກງານຕ້ານອາຊະຍາກຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງສອງປະເທດ ເຊິ່ງໄດ້ລະບຸຢູ່ໃນບົດສະຫຼຸບກອງປະຊຸມ ຮ່ວມສອງຝ່າຍເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດ ໃຫ້ມີໝາກຜົນສຳເລັດນັບມື້ດີຂຶ້ນໄປເລື້ອຍໆ.

ໂອກາດດຽວກັນ, ພົຕ ເຈີນວັນເວະ ໄດ້ຕາງໜ້າໃຫ້ຄະນະນຳ ລວມທັງນາຍ ແລະ ພົນຕຳຫຼວດ ກົມໃຫຍ່ຕຳຫຼວດ ສສ ຫວຽດນາມ ທຸກສະຫາຍ ມອບເງິນສົດຈຳນວນ 100.000.000 ດົງຫວຽດນາມ ໃຫ້ກົມໃຫຍ່ຕຳຫຼວດ ກະຊວງ ປກສ ລາວ ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບອຸທົກກະໄພຢູ່ແຂວງອັດຕະປື ຕາງໜ້າກ່າວຮັບໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ.

ຫຼັງຈາກນັ້ນ, ໃນວັນທີ 31 ກໍລະກົດ 2018 ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຕາງໜ້າໃຫ້ຄະນະນຳກົມໃຫຍ່ຕຳຫຼວດ ນຳເງິນຈຳນວນດັ່ງກ່າວ ມາມອບຕໍ່ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຕາງໜ້າຮັບໂດຍທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຈະນຳໄປມອບຕໍ່ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື.