ທ້າວ ຄຳໄຊ ອາຍຸ 23 ປີ ປະຊາຊົນບ້ານໄລລອດ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ກໍ່ເຫດລັກງົວຂອງປະຊາຊົນຢູ່ບ້ານ ຂົວສູງ ເມືອງວຽງພູຄາ ຈຳນວນ 3 ໂຕ ໃນຄືນວັນທີ 25 ກໍລະກົດ 2018 ໂດຍໃຊ້ລົດກະບະຮຸນໄດ້ເປັນພາຫະນະລາກແກ່ ແຕ່ຖືກຈັບຕົວ ໃນວັນຕໍ່ມາ ໃນຂະນະທີ່ກໍາລັງເອົາງົວດັ່ງກ່າວໄປຂາຍໃຫ້ແມ່ຄ້າພາຍໃນເມືອງ.

ພັທ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າ ປກສ ເມືອງວຽງພູຄາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງເຫດຈາກປະຊາຊົນຜູ້ເສຍຫາຍວ່າ: ໃນວັນທີ 25 ກໍລະກົດ 2018 ມີຄົນຮ້າຍໄດ້ລັກງົວ ຈຳນວນ 3 ໂຕ ທີ່ຜູກໄວ້ຢູ່ຄອກຂ້າງເຮືອນປະຊາຊົນຢູ່ບ້ານຂົວສູງ ເມືອງວຽງພູ.  ຈາກນັ້ນ, ຈິ່ງໄດ້ປະສານສົມທົບກັບພາກສວນທີ່ກ່ຽວຂ້ອງລົງ ຕິດຕາມການເຄື່ອນໄຫວຂອງຄົນຮ້າຍ.

ມາຮອດວັນທີ 26 ກໍລະກົດ 2018, ພົບເຫັນງົວຈຳນວນນ 3 ໂຕ ຢູ່ໃນກະບະລົດຮຸນໄດ ທະບຽນ ກກ 9017 ກໍາແພງນະຄອນ; ຈິ່ງໄດ້ເຂົ້າກວດກາ ພົບວ່າ: ງົວຈຳນວນ 3 ໂຕ ແມ່ນຂອງປະຊາຊົນທີ່ມາແຈ້ງຄວາມແທ້. ຈາກນັ້ນ, ຈິ່ງໄດ້ຈັບຕົວເຈົ້າຂອງລົດ  ພ້ອມກັບຢຶດລົດຮຸນໄດ ແລະ ງົວຈໍານວນດັ່ງກ່າວ ເພື່ອໄປມອບຄືນໃຫ້ເຈົ້າຂອງເດີມ.

ໃນວັນທີ 26 ກໍລະກົດ 2018, ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ກໍໄດ້ຈັດມອບງົວຈຳນວນ 3 ໂຕ ຄືນໃຫ້ເຈົ້າຂອງເດີ່ມ  ເຊິ່ງເປັນຂອງ ທ້າວ ຊຽງບຸນເກີດ 2 ໂຕ ແລະ ນາງ ວຽງ 1 ໂຕ ທັງສອງຢູ່ບ້ານ ຂົວສູງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ. ສ່ວນທ້າວ ຄຳໄຊ ຜູ້ກໍ່ເຫດ, ເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນເພີ່ມເຕີ່ມ ເພາະຜູ້ກ່ຽວເຄີຍກໍ່ເຫດລັກຊັບພົນລະເມືອງມາແລ້ວຫຼາຍຄັ້ງ ກ່ອນສະຫຼຸບສໍານວນຄະດີ ເພື່ອສົ່ງໃຫ້ໄອຍະການຕາມຂັ້ນຕອນຂອງກົດໝາຍ.