ໃນກາງເດືອນກໍລະກົດ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັບຕົວຜູ້ລັກລອບຊື້-ຂາຍຢາເສບຕິດ 3 ຄົນ ພ້ອມຢຶດຂອງກາງຢາບ້າ 639 ເມັດ, ຢາຝີ່ນ 180 ກຼາມ.

ພັຕ ວິນິດ ໄຊຍະສວນ ຫົວໜ້າພະແນກຕຳຫຼວດ ປກສ ເມືອງ ສິງ ໃຫ້ຮູ້ວ່າ: ໃນວັນທີ 16 ກໍລະກົດ 2018, ໜ່ວຍງານຕໍາຫຼວດສະກັດກັ້ນຕ້ານຢາເສບຕິດ ປກສ ເມືອງ ສິງ ໄດ້ສົມທົບກັບ ປກສ ກຸ່ມບ້ານມອມ, ກຸ່ມບ້ານນໍ້າແກ້ວຫຼວງ ເພື່ອອອກເຄື່ອນໄຫວລາດຕະເວນຕາມຂອບເຂດຮັບຜິດຊອບ ຢ່າງເປັນປົກກະຕິ ເຊິ່ງມີການເກັບກຳຂໍ້ມູນ, ກຳຈຸດພິເສດຂອງຄວາມບໍ່ສະຫງົບໃນພື້ນທີ່ ໂດຍສະເພາະແມ່ນພວກຄົນບໍດີລັກລອບຊື້ຊາຍຢາເສບຕິດ.

ຜ່ານການເຄື່ອນໄຫວປະຕິບັດລາດຕະເວນດັ່ງກ່າວ,  ເຈົ້າໜ້າທີ່ສາມາດພົບເຫັນ ແລະ ຈັບຕົວຜູ້ ຄ້າຂາຍຢາເສບຕິດລາຍຍ່ອຍໄດ້ 3 ຄົນ ພ້ອມຂອງກາງຢາບ້າ 639 ເມັດ ແລະ ຢາຝີ່ນ 180 ກຼາມ ແລະ ລົດຈັກ 2 ຄັນ.

ຜູ້ຖືກຫາທັງ 3 ຄົນ ຄື ທ້າວ ອາຊື ອາຍຸ 25 ປີ ຢູ່ບ້ານຫ້ວຍນາໃຕ້, ທ້າວ ເຊີເສາະ ອາຍຸ 25 ປີ ຢູ່ບ້ານພະບາດ ແລະ ທ້າວ ອີຊໍ ອາຍຸ 32 ປີ ຢູ່ບ້ານນໍ້າເຫຼັກ ເມືອງສິງ ແຂວງຫຼວງນໍ້າທາ ໂດຍພວກກ່ຽວຮັບການສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ ແມ່ນຂອງພວກກ່ຽວແທ້ ເຊິ່ງໄດ້ຊື້ມານຳພັກພວກຢູ່ເຂດເທດສະບານເມືອງ ເພື່ອຈະນຳໄປຂາຍໃຫ້ກັບກຸ່ມມົ້ວສຸມ ເປັນຕົ້ນແມ່ນກຳມະກອນ ແລະ ໄວລຸ້ນຢູ່ຕາມບ້ານ ແລະ ບ້ານໃກ້ຄຽງ.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ໄດ້ນຳຕົວສົ່ງຜູ້ຖືກຫາທັງ 3 ຄົນ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງເປັນທີ່ຮຽບຮ້ອຍແລ້ວ ເພື່ອສຶບສວນ-ສອບສວນຂະຫຍາຍຜົນເພີ່ມເຕີມ ແລະ ດຳເນີນຄະດີຕາມກົດໝາຍ.