ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາບັນດາວັນສຳຄັນປະຫວັດສາດຄື: ວັນຄ້າຍວັນເກີດ ປະທານ ສຸພາ ນຸວົງ ຄົບຮອບ 109 ປີ (13 ກໍລະກົດ 1909-13 ກໍລະກົດ 2018) ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ ຄົບຮອບ 41 ປີ (18 ກໍລະກົດ 1977-18 ກໍລະກົດ 2018), ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 56 ປີ (5 ກັນຍາ 1962-5 ກັນຍາ 2018) ໃນວັນທີ 24 ກໍລະກົດ 2018 ປາຖະກະຖາ ໂດຍ ພັທ ຄໍາຈັນ ແສງລາວົງ ຮອງຫົວໜ້າບັນຊາການ ປກສ ແຂວງ, ມີບັນດາຄະນະພັກຫ້ອງ, ຫົວໜ້າພະແນກ-ຮອງພະແນກ, ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ປະທານ ສຸພານຸວົງ ແລະ ຜົນງານຄຸນງາມຄວາມດີຂອງທ່ານ ທີ່ສະແດງອອກທຸກໆໄລຍະຂອງການປະຕິວັດ, ປະທານ ສຸພານຸວົງ ໄດ້ສຸມທຸກສະ ຕິປັນຍາ ແລະ ເຫື່ອແຮງຂອງຕົນເອງ ເພື່ອຊີ້ນໍາຂະບວນການປະຕິວັດລາວ ຍາດເອົາໄຊຊະນະອັນຍິ່ງ ໃຫຍ່ມາໃຫ້ປະເທດຊາດ, ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງປະທານສຸພານຸວົງວ່າ: ຊື່ສຽງຮຽງນາມຂອງສະຫາຍໄດ້ພົ້ນເດັ່ນຂຶ້ນ ໃນຂະນະທີ່ເປັນນັກຮົບຮັກຊາດຮຸ່ນທໍາອິດທີ່ໄດ້ເອົາຊີວິດຂອງຕົນຜູກພັນກັບການປະຕິວັດຕະ ຫຼອດມາ ໂດຍບໍ່ເຄີຍຄໍານຶງເຖິງຄວາມລໍາບາກ, ຄວາມເສຍສະລະໃດໆກະທັ້ງເຖິງບໍ່ເຄີຍຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູຍາມໃດກໍ່ຕໍ່ສູ້ເພື່ອອຸດົມຄະຕິອັນສູງສົ່ງ ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນະຖາວອນຂອງປະເທດຊາດ ເພື່ອອິດສະຫຼະພາບຄວາມຢູ່ດີກິນດີຂອງປະຊາຊົນ”. ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍນັບແຕ່ປີ 1975-1995 ປະທານສຸພານຸວົງໄດ້ນໍາພາປະຊາຊົນລາວຜ່ານຜ່າອຸປະສັກຕ່າງໆໃນໄລຍະຂ້າມຜ່ານ, ນໍາພາປະຊາຊົນດໍາເນີນພາລະກິດປ່ຽນແປງໃໝ່ ແລະ ນໍາພາປະຊາຊົນ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງເທື່ອລະກ້າວ.

ທ່ານຍັງໄດ້ຍົກໃຫ້ເຫັນໝາກຜົນອັນພົ້ນເດັ່ນຂອງການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດ ນາມຕະຫຼອດໄລຍະຜ່ານມາເຖິງປັດຈຸບັນ, ລາວ-ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານນໍາກັນທາງກວ້າງ ແລະ ທາງເລີກ, ທັງລະດັບສູນກາງຫາທ້ອງຖິ່ນເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ ໂດຍສະເພາະແມ່ນດ້ານການເມືອງ, ດ້ານການຕ່າງປະເທດໄດ້ຮັບການປັບປຸງເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຄວາມຜູກພັນລະຫວ່າງການນໍາ ແລະ ປະຊາຊົນສອງປະເທດໄດ້ມີຄວາມເລີກເຊິ່ງຂຶ້ນກວ່າເກົ່າ, ບັນດາກະຊວງ, ຂະ ແໜງການ, ອົງການຈັດຕັ້ງທ້ອງຖິ່ນຂອງສອງປະເທດແມ່ນໄດ້ເພີ່ມທະວີການພົບປະແລກປ່ຽນບົດຮຽນປະສານສົມທົບ ແລະ ເປີດກວ້າງການຮ່ວມມືເຊິງກັນແລະ ກັນຢ່າງແທດເໝາະກັບຕົວຈິງ.

ສໍາລັບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ແມ່ນມີຄວາມໝາຍຍຸດທະສາດ ເນື່ອງຈາກວ່າປະເທດເຮົາຫາກບໍ່ໄດ້ຮັບການປົດປ່ອຍ, ສ້າງຕັ້ງລະບອບໃໝ່ປະຊາທິປະໄຕປະຊາຊົນ, ສ່ວນຢູ່ ຫວຽດນາມ ກໍຍັງມີຄວາມທຸກຍາກ ແລະ ສິ່ງທ້າທາຍໃນຫຼາຍດ້ານ, ທັງນີ້ກໍຍ້ອນອິດທິກໍາລັງປໍລະປັກໄດ້ສຸມໃສ່ມ້າງເພທໍາລາຍ, ການເຊັນສົນທິສັນຍາມິດຕະພາບ ລະຫວ່າງລາວ-ຫວຽດນາມ ຈຶ່ງມີຄວາມໝາຍ ແລະ ເປັນປັດໄຈ ອັນສໍາຄັນອັນໜຶ່ງຕັດສິນໄຊຊະນະຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄືປະເທດລາວ. ມາຮອດປີ 2012 ກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ຈຶ່ງໄດ້ພ້ອມກັນຕົກລົງເອົາປີດັ່ງກ່າວເປັນປີແຫ່ງຄວາມສາມັກຄີ ມິດຕະພາບລະຫວ່າງ ລາວ-ຫວຽດນາມ.