ວັນທີ 1 ສິງຫາ 2018, ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະລະຖະທູດ ຄົນໃໝ່ແຫ່ງລາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ທ່ານ ກຽດຕິດຄຸນ ຊາດປະເສີດ ກ່າວວ່າ: ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ໃໝ່ ຢູ່ສະຖານທູດແຫ່ງລາຊະອານາຈັກໄທ ປະຈໍາ ສປປ ລາວ; ພ້ອມດຽວກັນນັ້ນ, ຍັງເປັນການສືບຕໍ່ສານສາຍສໍາພັນລະຫວ່າງສອງຊາດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນທັງສອງກະຊວງ. ທັງນີ້, ກໍເພື່ອເປັນການປະສານຄວາມສໍາພັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ກ່ຽວກັບການສະກັດກັ້ນ ແລະ ຕ້ານການກໍ່ອາຊະຍາກໍາຂ້າມຊາດ, ຢາເສບຕິດ ແລະ ການຄ້າມະນຸດ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ນອກນັ້ນ, ທ່ານເອກອັກຄະລະຖະທູດ ຍັງໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍຕໍ່ການເກີດໄພພິບັດນໍ້າຖ້ວມຢູ່ແຂວງອັດຕະປື ໃນຄັ້ງນີ້ ແລະ ພ້ອມທີ່ຈະໃຫ້ຄວາມຊ່ວຍເຫຼືອໃນທຸກໆດ້ານ.

ໂອກາດດຽວກັນ, ພົຕ ສົມແກ້ວ ສີລາວົງ ຍັງໄດ້ສະແດງຄວາມຍິນດີຕໍ່ ທ່ານ ກຽດຕິຄຸນ ຊາດປະເສີດ ທີ່ໄດ້ຮັບໜ້າທີ່ໃໝ່ຢູ່ສະຖານທູດລາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈໃນການເປັນຫ່ວງເປັນໃຍຕໍ່ໄພພິບັດນໍ້າຖ້ວມທີ່ເກີດຂຶ້ນ ພ້ອມທັງນໍາເຄື່ອງມາຊ່ວຍເຫຼືອປະຊົນລາວຜູ້ທີ່ປະສົບໄພ.