ພາຍຫຼັງເກີດອຸບັດຕິເຫດສັນກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ເມືອງສະໜາມໄຊ ແຂວງອັດຕະປື ໃນຄັ້ງ ວັນທີ 23 ກໍລະກົດ 2018 ທີ່ຜ່ານມາ, ສົ່ງຜົນນໍ້າໃນເຂື່ອນໄຫຼຊຸເຮືອນພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມລໍາແມ່ນໍ້າເຊປຽນ ຈໍານວນ 13 ບ້ານ. ໃນນີ້ 6 ບ້ານແມ່ນຮ້າຍແຮງທີ່ສຸດ ເຮືອນຂອງພໍ່-ແມ່ປະຊົນ ຖືກພັດໄປກັບກະແສນໍ້າທີ່ ເຮັດໃຫ້ມີຄົນເສຍຊີວິດ ແລະ ສູນຫາຍຈໍານວນໜຶ່ງ. ປັດຈຸບັນ, ຫຼາຍພາກສ່ວນກໍາລັງໃຫ້ຄວາມຊ່ວຍເຫຼືອພໍ່-ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ເລັ່ງຊອກຄົ້ນຫາຜູ້ສູນຫາຍ.

ຈາກເຫດການທີ່ເກີດຂຶ້ນ, ໄດ້ມີຫາງສຽງວິພາກວິຈານຂອງສັງຄົມກ່ຽວກັບມາດຕະຖານການສ້າງເຂື່ອນເປັນໄປຕາມມາດຕະຖານເຕັກນິກແລ້ວ ຫຼື ບໍ່ ແລະ ພາກສ່ວນທີ່ກ່ຽວຂ້ອງມີມາດ ຕະການແນວໃດຕໍ່ກັບການກວດກາຄຸນນະ ພາບຂອງໂຄງການກໍ່ສ້າງເຂື່ອນ, ທັງການຮັບມືຕໍ່ກັບເຫດການທີ່ເກີດຂຶ້ນ ລວມໄປເຖິງການເຕືອນໄພສຸກເສີນ, ຕໍ່ກັບ ເຫດການຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ໄດ້ມີປະຊາຊົນທີ່ອາໄສຢູ່ລຸ່ມເຂື່ອນ ລວມທັງເປັນຜູ້ລອດທີ່ຊີວິດຈໍານວນໜຶ່ງໄດ້ເວົ້າວ່າ: ການແຈ້ງເຕືອນສັ່ງໃຫ້ປະຊາຊົນອົບພະຍົບໄປຍັງພື້ນທີ່ປອດໄພຂອງພາກສ່ວນທີ່ກ່ຽວຂ້ອງຍັງເຮັດບໍ່ທັນໄດ້ດີ, ບັນຫາຂອງສັນເຂື່ອນທີ່ກໍ່ສ້າງນັ້ນກໍ ຍ້ອນການຄວບຄຸມການກໍ່ສ້າງບໍ່ໄປຕາມເຕັກນິກທີ່ວາງອອກ, ບັນຫານີ້ເປັນບັນຫາທີ່ບໍ່ຄວນເບິ່ງຂ້າມ, ເຊິ່ງຈະຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາ ເພື່ອບໍ່ໃຫ້ມີເຫດເກີດຂຶ້ນແບບນີ້ອີກ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກມາຊີ້ແຈງຕໍ່ເຫດການດັ່ງກ່າວວ່າ: ນັບແຕ່ວັນທີ 25 ກໍລະກົດ 2018 ຫຼັງເກີດເຫດສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກພຽງ 2 ວັນ ກໍໄດ້ອອກ ແຈ້ງການໄປຍັງທຸກເຂື່ອນ ແລະ ທຸກໂຄງການກໍ່ສ້າງ ຕ້ອງເພີ່ມທະວີຄວາມເອົາໃສ່ໃນການຕິດຕາມສະພາບຝົນຕົກ, ການເກີດພະຍຸ, ສະພາບການຜັນແປຂອງສະພາບອາກາດ, ສະພາບການເພີ່ມຂຶ້ນ-ຫຼຸດ ຂອງບໍລິມາດນໍ້າຢູ່ໜ້າເຂື່ອນ ແລະ ກ້ອງ ເຂື່ອນຢ່າງເປັນປົກກະຕິ, ພ້ອມດຽວກັນ ນີ້ກໍກະກຽມແຜນ ແລະ ກຽມພ້ອມຮັບມືຜົນກະທົບທີ່ອາດຈະເກີດຂຶ້ນໃຫ້ທັນການ, ຫຼີກເວັ້ນຜົນເສຍຫາຍທຸກໆດ້ານທີ່ອາດຈະເກີດຂຶ້ນແກ່ຊີວິດ ແລະ ຊັບສິນ.

ໃຫ້ທຸກເຂື່ອນ ແລະ ທຸກໂຄງການກໍ່ສ້າງຈັດຕັ້ງປະຕິບັດລະບອບການລາຍງານສະພາບການຄຸ້ມຄອງການຜະລິດ, ສະພາບ ແລະ ຄວາມຄືບໜ້າຂອງໂຄງການກໍ່ສ້າງ, ສະພາບເຕັກນິກລວມຂອງເຂື່ອນ, ສະພາບເຕັກນິກຂອງໂຮງຈັກ ແລະ ໂຄງປະກອບທີ່ກ່ຽວຂ້ອງ, ສະພາບຄວາມໜາແໜ້ນຂອງສັນເຂື່ອນ, ສະພາບຄອງລະບາຍນໍ້າ; ແຜນຈັດກັກ ເກັບນໍ້າປະຈໍາອາທິດສໍາລັບເຂື່ອນທີ່ພວມດໍາເນີນການຜະລິດໄຟຟ້າ ແລະ ໂຄງການທີ່ໃກ້ຈະສໍາເລັດ, ເຊິ່ງພວມມີແຜນກັກເກັບນໍ້າຢູ່ໜ້າເຂື່ອນຂອງຕົນ ແລະ ສະພາບອື່ນໆ ແລ້ວລາຍງານໃຫ້ຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ເປັນປົກກະຕິ.

ໃນກໍລະນີທີ່ມີຫຼາຍເຂື່ອນທີ່ພວມ ຮ່ວມດໍາເນີນການຜະລິດກະແສໄຟຟ້າຢູ່ລໍານໍ້າດຽວກັນ, ໃຫ້ແຕ່ລະເຂື່ອນເປັນ ເຈົ້າການປະສານສົມທົບໃຫ້ລະອຽດ, ເປັນປົກກະຕິ ກ່ຽວກັບແຜນການກັກເກັບນໍ້າເພື່ອຜະລິດກະແສໄຟຟ້າ, ແຜນ ການ ແລະ ບໍລິມາດທີ່ຈະປ່ອຍນໍ້າຂອງ ແຕ່ລະເຂື່ອນໃຫ້ລະອຽດ, ຊັດເຈນເພື່ອເກີດຄວາມເປັນເອກະພາບ ແລະ ບໍ່ຕົກທ່າຮັບໃນກໍລະນີໃດໜຶ່ງທີ່ອາດເກີດຂຶ້ນ.

ໃນກໍລະນີແຕ່ລະເຂື່ອນທີ່ຜະລິດແລ້ວ ແລະ ໂຄງການທີ່ພວມດໍາເນີນການກໍ່ສ້າງທີ່ໄດ້ກັກເກັບນໍ້າແລ້ວມີແຜນທີ່ຈະ ປ່ອຍນໍ້າລົງໃຕ້ເຂື່ອນ, ແຕ່ລະເຂື່ອນ ແລະ ແຕ່ລະໂຄງການຕ້ອງມີລະບົບແຈ້ງຂ່າວ, ມີການປະກາດໃຫ້ປະຊາຊົນ ບັນດາເຜົ່າຢູ່ໃນບໍລິເວນລຸ່ມເຂື່ອນຊາບຢ່າງທົ່ວເຖິງ ກ່ອນຢ່າງໜ້ອຍ 7 ວັນ ເພື່ອຮັບປະກັນບໍ່ໃຫ້ມີສະພາບແຕກຕື່ນ ແລະ ເກີດຄວາມບໍ່ເຂົ້າໃຈກ່ຽວກັບການລະບາຍນໍ້າລົງສູ່ທ້າຍເຂື່ອນ.

ເພື່ອຮັບປະກັນຄວາມປອດໄພໃນຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນໃກ້ເຂື່ອນ ແລະ ບັນ ດາໂຄງການກໍ່ສ້າງ, ແຕ່ລະເຂື່ອນ ແລະ ທຸກໂຄງການກໍ່ສ້າງຕ້ອງມີແຜນຢ່າງລະອຽດ, ມີການກະກຽມສະຖານທີ່-ທີ່ ເໝາະສົມ ເມື່ອມີໄພພິບັດໃດໜຶ່ງທີ່ເກີດ ຂຶ້ນໃຫ້ສາມາດເຄື່ອນຍ້າຍວັດຖຸສິ່ງຂອງ, ສັດລ້ຽງ ແລະ ປະຊາຊົນໄປຢູ່ບ່ອນປອດໄພ ແລະ ສາມາດອົບພະຍົບໄປຢູ່ບ່ອນດັ່ງກ່າວໄດ້ທັນທີ.

ຢ່າງໃດກໍຕາມ, ເຫດການສັນເຂື່ອນແຕກເປັນຄັ່້ງທີສອງ, ໃນຄັ້ງທໍາອິດແມ່ນເກີດຂຶ້ນຢູ່ແຂວງໄຊສົມບູນ, ເຊິ່ງຢູ່ໃນໄລຍະກໍ່ສ້າງເຊັ່ນດຽວກັນ ເຖິງແມ່ນວ່າເຫດການຄັ້ງນັ້ນ ຈະບໍ່ສົ່ງຜົນໃຫ້ມີຄົນເສຍຊີວິດກໍຕາມ ແຕ່ກໍເປັນສັນຍານເຕືອນກ່ຽວກັບການກໍ່ສ້າງຍັງບໍ່ໄດ້ຕາມມາດຕະຖານທີ່ວາງອອກ, ແຕ່ກະຊວງທີ່ກ່ຽວຂ້ອງຍັງບໍ່ທັນມີມາດຕະການ ໃດໆທີ່ຈະຮັບມື ຈົນມີເຫດການເກີດຂຶ້ນຫຼ້າສຸດ; ເຊິ່ງສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ ຂອງພໍ່-ແມ່ປະ ຊາຊົນ ຢ່າງມະຫາສານ, ປະກົດວ່າມາດຕະການບໍລິຫານຈັດການ ກໍຍັງບໍ່ທັນເຮັດໃຫ້ ດີເທົ່າທີ່ຄວນມີພຽງແຕ່ອອກແຈ້ງການໃຫ້ທຸກເຂື່ອນເຝົ້າລະວັງ ເພື່ອບໍ່ໃຫ້ເຫດການນີ້ເກີດຂຶ້ນອີກ.