ຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຮ່ວມກັບຄະນະຮັບຜິດຊອບແຜນງານ ອົດສະຕຣາລີ-ອາຊີ ເພື່ອຕ້ານການຄ້າມະນຸດ ປະຈໍາ ສປປ ລາວ ( ແອບທິບ ) ໄດ້ກອງປະຊຸມສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດແຜນງານ ອົດສະຕຣາລີ-ອາຊີ ເພື່ອຕ້ານການຄ້າມະນຸດ ປະຈໍາລາວ ແຕ່ປີ 2013-2018 ໃນວັນທີ 29 ມິຖຸນາ 2018 ເປັນປະທານໂດຍ ພັອ ປອ ເພັງສະຫວັນ ທິບພະວົງໄຊ ກໍາມະການຕ້ານການຄ້າມະນຸດລະດັບຊາດ ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ທ່ານ ບຣູດ ເຄລີ ຫົວໜ້າແຜນງານ ອົດສະຕຣາລີ-ອາຊີ (AAPTIP) ເພື່ອຕ້ານການຄ້າມະນຸດປະຈໍາພາກພື້ນ, ເຂົ້າຮ່ວມໂດຍ ທ່ານ ມາລິດ ຊາເນັດສ ຜູ້ບໍລິຫານອາວຸດໂສລະດັບພາກພື້ນ.

ພັທ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກ່າວວ່າ: ແຜນງານ AAPTIP ໄດ້ກໍານົດ 4 ເປົ້າໝາຍ ຄື ເພື່ອເຮັດໃຫ້ອົງການປະຕິບັດກົດໝາຍໄດ້ຮັບການປັບປຸງໃຫ້ມີປະສິດທິຜົນ ແລະ ມີຈັນຍາບັນໃນການສືບສວນ-ສອບສວນຄະດີຄ້າມະນຸດ, ເພື່ອເຮັດໃຫ້ອົງການໄອຍະການປະຊາຊົນໄດ້ຮັບການປັບປຸງໃຫ້ມີປະສິດທິຜົນ ແລະ ມີຈັນຍາບັນໃນການດໍາເນີນຄະດີຄ້າມະນຸດ ແລະ ຄະດີອື່ນທີ່ກ່ຽວຂ້ອງກັບການຄ້າມະນຸດ, ເພື່ອເຮັດໃຫ້ ຜູ້ພິພາກສາ-ພະນັກງານສານ ໄດ້ຮັບການປັບປຸງໃຫ້ມີຄວາມຍຸຕິທໍາ ແລະ ພິຈາລະນາຄະດີຄ້າມະນຸດຕາມກໍານົດເວລາ ແລະ ເພື່ອເຮັດໃຫ້ການຮ່ວມມື ແລະ ພາວະການເປັນຜູ້ນໍາໃນດ້ານການຕອບໂຕ້ການກະທໍາຜິດທາງອາຍາໃນພາກພື້ນອາຊຽນ ມີຄວາມເຂັ້ມແຂງ ແລະ 5 ໂຄງການ ມີ 69 ກິດຈະກໍາລວມງົບປະມານທັງໝົດ 836.664,94 ໂດລາອົດສະຕຣາລີ ເຊິ່ງເຮັດວຽກໂດຍກົງຮ່ວມກັບ ກະຊວງ ປກສ;

ຜ່ານການຈັດຕັ້ງປະຕິບັດ 5 ໂຄງການ 69 ກິດຈະກໍາ ສາມາດປະຕິບັດໄດ້ສໍາເລັດເກືອບ 100% ແລະ ມີຜົນໄດ້ຮັບຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນໂຄງການທີ 1, ທີ 3, ທີ 7 ແລະ ໂຄງການທີ 8, ທັງເປັນການປະກອບສ່ວນເຮັດໃຫ້ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມລະດັບທີ່ແນ່ນອນ ເວົ້າສະເພາະຂະແໜງການວຽກງານຕ້ານການຄ້າມະນຸດຂອງລາວມີຄວາມຮັບຮູ້, ເຂົ້າໃຈທາງດ້ານກົດໝາຍຫຼາຍຂຶ້ນ, ມີບັນດານິຕິກໍາ, ມີລະບົບການເກັບກໍາມູນຂໍ້ມູນສະຖິຕິ ແລະ ມີກົນໄກການປະສານງານທີ່ເພິ່ງພໍໃຈ.

ສໍາລັບຜົນສໍາເລັດດັ່ງກ່າວ ກໍຍ້ອນມີຄະນະພັກ-ຄະນະນໍາກະຊວງ ປກສ ແລະ ຄະນະນໍາຂັ້ນເທິງທີ່ໃຫ້ການຊີ້ນໍາຢ່າງໃກ້ຊິດ ແລະ ພະນັກງານມີຄວາມຮູ້ຄວາມສາມາດ, ມີນິຕິກໍາ, ມີຄູ່ມືໃນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດເປັນລະບົບ ແລະ ຍືນຍົງຍາວນານ.