ນໍ້າໝາກພ້າວ ນອກຈາກເປັນເຄື່ອງດື່ມທີ່ຊ່ວຍບຳລຸງຮ່າງກາຍໃຫ້ແຂງແຮງແລ້ວຍັງຊ່ວຍຫຼຸດຮອຍຫ່ຽວຍານ ເນື່ອງ ຈາກປະກອບໄປດ້ວຍສານໄຊໂຕໄຄນິນ ເປັນຈຳນວນຫຼາຍ, ເຊິ່ງເປັນກຸ່ມຮໍໂມນ ທີ່ຊ່ວຍຄວບຄຸມການຈະເລີນເຕີບ ໃຫຍ່ຂອງພັດທະນາການ ແລະ ຄວາມແກ່ຂອງຮ່າງກາຍ. ນອກນັ້ນ, ຍັງມືພືດຜັກຫຼາຍຊະນິດທີ່ຊ່ວຍຕ້ານທານພະ ຍາດຮ້າຍໄດ້ ໂດຍສະເພາະພະຍາດມະເຮັງ, ເບົາຫວານ, ຫົວໃຈ ແລະ ຢັບຢັ້ງ ການເຖົ້າໄວນຳອີກ; ໂດຍສະເພາະ ພຶດຜັກດັ່ງຕໍ່ໄປນີ້:

Greens and vegetables

1. ໝາກອຶ, ໝາກຮຸ່ງ ແລະ ແຄລັອດ: ຕ້ານມະເຮັງ, ຄວບຄຸມນໍ້າໜັກ ແລະ ຊ່ວຍບຳລຸງຜິວງາມສົດໃສ, ເຊິ່ງເຕັມ ໄປດ້ວຍສານເບຕ້າແຄໂຣທິນ, ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ມີຄຸນສົມບັດໃນການປ້ອງກັນການເກີດພະ ຍາດມະເຮັງ ແລະ ໝາກອຶ ຍັງປະກອບໄປດ້ວຍວິຕາມິນເອ ແລະ ແຄໂຣທິນ ທີ່ຊ່ວຍບຳລຸງສາຍຕາໃນການເບິ່ງ ເຫັນ. ພ້ອມນັ້ນ, ແກ່ນໝາກອຶ ກໍຍັງມີປະໂຫຍດຕໍ່ສຸຂະພາບ ແລະ ຮ່າງກາຍນຳອີກ ເຊັ່ນ: ໃນ ເມັດໝາກອຶ ເຕັມໄປດ້ວຍກົດອະມີໂນທຣິບໂຕເຟນ, ເຊິ່ງເປັນສ່ວນສຳຄັນໃນການຊ່ວຍສ້າງເຊໂລໂທນິນ.

2. ຜັກໃບຂຽວ: ຕ້ານພະຍາດມະເຮັງ, ພະຍາດເບົາຫວານ, ຊ່ວຍຫຼຸດນໍ້າໜັກ ແລະ ຊ່ວຍລະບົບຂັບຖ່າຍໃຫ້ງ່າຍ ຂຶ້ນ; ເຊິ່ງປະກອບໄປດ້ວຍໃຍອາຫານໃນປະລິມານສູງ ແລະ ຊ່ວຍຮັກສາລະບົບການຍ່ອຍອາຫານ ເຊັ່ນ: ການທຳ ຄວາມສະອາດ, ຫຼຸດການອັກເສບ, ຍັງຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເຮັງ ແລະ ພະຍາດຊໍ້າເຮື້ອອື່ນໆ. ພ້ອມທັງຊ່ວຍໃນການຫຼຸດນໍ້າໜັກ ແລະ ການຮັກສານໍ້າໜັກໃຫ້ຄົງທີ່; ນອກນີ້, ຍັງມີຜັກໃບຂຽວໃນຕະກູນຜັກຫົມ ຍັງອຸດົມໄປດ້ວຍທາດເຫຼັກຈາກຜົນການວິໄຈຂອງອາເມລິກາ ພົບວ່າຜັກຫົມປຸງແຕ່ງແລ້ວຂະໜາດ 1 ຖ້ວຍນ້ອຍ ມີທາດເຫຼັກ 1 ມິນລິກຼາມ, ເຊິ່ງຫຼາຍກວ່າຕັບງົວ 85 ກຼາມອີກ. ດັ່ງນັ້ນ, ຜັກໃບຂຽວ ຈຶ່ງເປັນອາຫານທີ່ບຳລຸງເລືອດ ໄດ້ເປັນຢ່າງດີ.