ຫ້ອງສັນຕິບານ ປກສ ແຂວງເຊກອງ ໄດ້ເປີດກອງປະຊຸມກວດກາປະເມີນຜົນກຳລັງ ຕມ, ໃນ ວັນທີ 27 ກໍລະກົດ 2018, ເຂົ້າຮ່ວມໂດຍ ພັທ ຄຳພອນ ສິງທິ ລາດ ຮອງຫົວໜ້າກົມ 206 ກົມໃຫຍ່ສັນຕິບານ ພ້ອມດ້ວຍຄະນະທີມງານ, ມີຄະນະປະເມີນຜົນ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ຄຳບານ ພົມມະນີວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບວຽກງານກວດກາຄົນເຂົ້າ-ອອກເມືອງຂອງແຂວງເຊກອງ ວ່າ: ແຂວງເຊກອງ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 3 ແຂວງ ຂອງ ສສ ຫວຽດນາມ ເຊັ່ນ: ແຂວງກວາງນາມ, ແຂວງເທື່ອທຽນເຫວ້ ແລະ ແຂວງກອນຕູມ; ເຊິ່ງມີຊາຍແດນຮ່ວມກັນທັງໝົດ 272 Km, ມີບັນດາເມືອງທີ່ມີຊາຍແດນຕິດຈອດກັບ ບັນດາເມືອງຂອງ ສສ ຫວຽດນາມ ຄື: ເມືອງກະລືມ ມີຊາຍແດນຕິດຈອດກັບເມືອງອາເລື່ອຍ ແຂວງເທື່ອທຽນເຫວ້, ເມືອງດາກຈຶງ ແມ່ນຕິດຈອດກັບເມືອງນາມຢາງ ແຂວງກວາງນາມ ແລະ ເມືອງດາກໄລ ແຂວງກອນຕູມ ສສ ຫວຽດນາມ. ໃນນັ້ນ, ມີຫຼັກໝາຍ ຊາຍແດນຮ່ວມກັນທັງໝົດ 112 ຫຼັກໝາຍ, ແຂວງເຊກອງ ມີດ່ານກວດຄົນເຂົ້າ-ອອກເມືອງ ທັງໝົດ ມີ 4 ດ່ານ ຄື: ດ່ານດາກຕາອອກ, ເມືອງດາກຈຶງ ຕິດກັບດ່ານນາມຢາງ ແຂວງກວາງນາມ, ດ່ານຕາວາງ, ເມືອງກະລືມ ຕິດກັບດ່ານອາເດີດ ເມືອງອາເລື່ອຍ ແຂວງ ເທື່ອທຽນເຫ້ວ, ດ່ານດາປຼານ ເມືອງດາກຈຶງ ຕິດກັບດ່ານໂບຼ ເມືອງດາກໄລ ແຂວງກອນຕູມ, ດ່ານກະລືມ ເມືອງກະລືມ ຕິດກັບດ່ານເຕີຍຢາງ ເມືອງເຕີຍຢາງ ແຂວງກວາງນາມ, ເຊິ່ງການປະຕິບັດວຽກງານ ຕມ ໃນປີຜ່ານມາ ແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ ໂດຍສະເພາະແມ່ນຢູ່ຕາມຊາຍແດນມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ເອົາໃຈໃສ່ປະສານ ສົມທົບການຈັດຕັ້ງກວດກາ, ເກັບກຳຕິດຕາມບັນດາເປົ້າໝາຍຕ່າງໆ ຄື: ການຄ້າຂາຍເຖື່ອນ, ສິ່ງເສບຕິດ, ຄ້າອາວຸດ, ສາສະໜາເຢຊູ, ສາສະໜາພຸດທຳມະກາຍ ແລະ ສາສະໜາອື່ນໆ.

ສຳລັບຜົນງານທີ່ພົ້ນເດັ່ນຂອງຫ້ອງສັນຕິບານ ປກສ ແຂວງເຊກອງ ແມ່ນໄດ້ເອົາໃຈໃສ່ຕໍ່ວຽກ ງານກວດກາຄົນເຂົ້າ-ອອກເມືອງ ກໍຄືວຽກງານງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລຽບຕາມ ຊາຍແດນຢ່າງເປັນປົກກະຕິ ແຕ່ຍັງມີກຸ່ມຄົນບໍ່ດີຈຳນວນໜຶ່ງມີການເຄື່ອນໄຫວສ້າງຄວາມບໍ່ເປັນ ລະບຽບຮຽບຮ້ອຍໃນຂອບເຂດຊາຍແດນ ເປັນຕົ້ນແມ່ນການລັກລອບຂຸດຄົ້ນຄຳຕົກຂ້ອນ, ລັກ ລອບກີດຢາງແປກ, ລັກລ່າເນື້ອ, ຫ້າງແຮ້ວ, ຊ໋ອດປາ, ຊອກເຄື່ອງປ່າຂອງດົງທີ່ມີຄ່າ ແລະອື່ນໆ, ເຈົ້າໜ້າທີ່ໄດ້ນໍາສົ່ງຜູ້ຖືກຫາຄົນຫວຽດນາມ ຈໍານວນ 24 ຄົນ.

ໃນນີ້ ມີ ຂໍ້ຫາລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ 9 ຄົນ, ລັກລອບເຂົ້າເມືອງ 11 ຄົນ, ລັກລອບປະ ກອບອາຊີບ 4 ຄົນ ແລະ ໄດ້ນຳສົ່ງຜູ້ຖືກຫາຄົນຫວຽດນາມ ຈຳນວນ 5 ຄົນ ໃນຂໍ້ຫາລັກລອບ ເຂົ້າເມືອງຜິດກົດໝາຍ, ບໍລິການແຈ້ງຄົນລາວ-ຊາວຕ່າງປະເທດເຂົ້າ-ອອກເມືອງ ຜ່ານດ່ານ ທັງໝົດ 25.666 ຄົນ ຍິງ 6.382 ຄົນ, ຄົນຕ່າງປະເທດ (ຫວຽດນາມ) 15.881 ຄົນ ຍິງ 2.696 ຄົນ, ບໍລິການແຈ້ງລົດລາວ-ຊາວຕ່າງປະເທດເຂົ້າ-ອອກເມືອງຜ່ານດ່ານ ທັງໝົດ 10.715 ຄັນ, ລົດຕ່າງປະເທດ 6.657 ຄົນ, ອອກປຶ້ມຜ່ານແດນລາວ-ຫວຽດ ໄດ້ 614 ຫົວ, ຕໍ່ປຶ້ມຜ່ານແດນຊົ່ວຄາວໄດ້ 175 ຫົວ, ອອກໃບຜ່ານແດນຊົ່ວຄາວໄດ້ 1.312 ໃບ.