ຫ້ອງວ່າການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງອົງຄະນະພັກຫ້ອງວ່າການ ກະຊວງ ປກສ ປະຈຳໄຕມາດ II (ເມສາ-ມິຖຸນາ) ແລະ ວາງທິດທາງແຜນການໄຕມາດ III (ກໍລະກົດ-ກັນຍາ) ປີ 2018 ຂຶ້ນໃນວັນທີ 29 ມິຖຸນາ ຜ່ານມານີ້, ເຂົ້າຮ່ວມໂດຍສະຫາຍ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈຳພັກກະຊວງ ເລຂາອົງຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຮອງເລຂາ, ສະຫາຍຄະນະປະຈຳ, ຄະນະພັກຫ້ອງວ່າການ, ຄະນະໜ່ວຍພັກກົມ-ຫ້ອງ, ສະມາຊິກພັກຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພົຈວ ສົມວັນ ສາຍລ້ອງພາ ຮອງເລຂາອົງຄະນະພັກ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຜ່ານບົດສະຫຼຸບວ່າ: ໄລຍະຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະໜ່ວຍພັກແຕ່ລະກົມ, ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດທົ່ວຫ້ອງວ່າການ ກະຊວງ ປກສ ຢ່າງຕໍ່ເນື່ອງ ໂດຍນຳພາເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດວາງອອກ ເພື່ອເປັນການປັບປຸງທັດສະນະຫຼັກໝັ້ນການເມືອງ-ແນວຄິດຂອງສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ພ້ອມທັງຜັນຂະຫຍາຍໃຫ້ປະກົດຜົນປັນຈິງ ແລະ ໄດ້ນຳພາສຳຫຼວດກວດກາດຳເນີນຮ່ວມຊີວິດປະຈຳອາທິດ, ເດືອນ, ໄຕມາດເປັນປົກກະຕິ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດມາເປັນທິດທາງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເຮັດໃຫ້ສະມາຊິກພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຈາກການຜັນຂະຫຍາຍແນວທາງດັ່ງກ່າວແລ້ວນັ້ນ, ຄະນະພັກຫ້ອງວ່າການ ໄດ້ສະເໜີປັບປຸງກົງຈັກການຈັດຕັ້ງຂັ້ນກົມ-ຫ້ອງ ແລະ ຄະນະກົມສຳເລັດ 1 ຄັ້ງ ແລະ ຍັງໄດ້ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂັ້ນພະແນກ ແລະ ໄດ້ຈັດຕັ້ງປະກາດຮັບນາມມະຍົດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານມີ 4 ໜ່ວຍພັກ ຄື: ໜ່ວຍພັກກົມເສນາທິການ, ກົມເລຂາ, ກົມບໍລິຫານ ແລະ ໜ່ວຍພັກກົມນິຕິກຳ ແລະ ກົດໝາຍ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານປັບປຸງກໍ່ສ້າງໜ່ວຍພັກທົ່ວຫ້ອງວ່າການ ໃຫ້ມີຄວາມເຂັ້ມແຂງ ແລະ ຮູ້ນຳພາຮອບດ້ານ ໂດຍຖືເອົາການປັບປຸງດ້ານການຈັດຕັ້ງ, ດ້ານການເມືອງ-ເເນວຄິດ, ການປະຕິບັດລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກ ແລະ ມີຄວາມສາມັກຄີເປັນເອກະພາບກັນພາຍໃນພັກ, ເຊິ່ງ 3 ເດືອນຜ່ານມາ, ໄດ້ສ້າງມະຫາຊົນຜູ້ທີ່ມີຄວາມກ້າວໜ້າຮຽນລະບຽບພັກ ແລ້ວເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ, ຮຽນກົດລະບຽບພັກ ແລະ ຮຽນສະໜັບສະໜູນຈຳນວນໜຶ່ງ ແລະ ສົ່ງລາຍຊື່ພະນັກງານໄປບຳລຸງວິຊາສະເພາະຢູ່ ສສ ຫວຽດນາມ ໄລຍະ 6 ເດືອນ 2 ສະຫາຍ, ໄປບໍາລຸງວິຊາສະເພາະຊັ້ນກາງ ປກສ 5 ສະຫາຍ ຍິງ 2 ສະຫາຍ.

ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ, ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ຊີ້ນໍາກອງປະຊຸມຄັ້ງນີ້ວ່າ: ໃນຕໍ່ໜ້າ, ໃຫ້ຄະນະພັກທຸກຂັ້ນ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບກຳໄດ້ແນວທາງ, ມະຕິ, ຄຳສັ່ງ, ລະບຽບຂອງພັກ ແລະ ກົດໝາຍທີ່ພົວພັນກ່ຽວກັບວຽກງານຂອງພັກເຮົາໃຫ້ເປັນຢ່າງດີ ເພື່ອເປັນບ່ອນອີງໃນການຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍເຮັດໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ; ແຕ່ລະໜ່ວຍພັກ ແລະ ຫ້ອງການເມືອງເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມມະຕິ, ລະບຽບແບບແຜນວິທີເຮັດວຽກຂອງຄະນະພັກຫ້ອງວ່າການ ທີ່ໄດ້ຮັບຮອງນຳໃຊ້ໄປແລ້ວນັ້ນໃຫ້ເຂັ້ມງວດກວ່າເກົ່າ, ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການຮັບຜິດຊອບຕາມການເຫັນດີສາມັກຄີເຊິ່ງກັນແລະກັນ ລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມໃຫ້ມີຄວາມເປັນເອກະພາບກັນ ເພື່ອຮັບປະກັນໃຫ້ຄະນະພັກ ແລະ ສະມາຊິກພັກມີຄວາມປອດໃສ, ເຂັ້ມແຂງໜັກແໜ້ນ.