ທ້າຍອາທິດຜ່ານມານີ້, ພົອ ມາວ ບຸນນາຣິນ ຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ, ໂດຍມີຄະນະນຳຂັ້ນສູງທັງສອງຝ່າຍເຂົ້າຮ່ວມ.

ການພົບປະຄັ້ງນີ້, ທ່ານຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ລາຍງານສະພາບກ່ຽວກັບ ການມາຢ້ຽມຢາມເຮັດວຽກຮ່ວມກັບກົມໃຫຍ່ພະລາທິການ ກະຊວງ ປກສ ລາວ ເປັນຕົ້ນແມ່ນຫາລືວຽກງານການຜະລິດ-ທຸລະກິດ ເພື່ອສ້າງລາຍຮັບໃຫ້ແກ່ກະຊວງຂອງສອງປະເທດ ກໍຄືກົມກອງຕ່າງໆໃຫ້ໄດ້ຮັບໝາກຜົນສູງສຸດ ພ້ອມທັງຊຸກຍູ້ສົ່ງເສີມການຜະລິດຂອງກົມກອງ ລວມໝູ່ ແລະ ການກໍ່ສ້າງເສດຖະກິດຄອບຄົວແນໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃນກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຊີວິດການເປັນຢູ່ດີຂຶ້ນຕິດພັນກັບການຮັດແໜ້ນສາຍພົວພົນຮ່ວມມືມິດຕະພາບເຊິ່ງກັນແລະກັນ ລະຫວ່າງສອງພັກ-ສອງລັດ ກໍຄືສອງກະຊວງ ປກສ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ໃຫ້ມີຄວາມໝັ້ນຄົງໄປເລື້ອຍໆ.

ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ມອບຂອງທີ່ລະນຶກໃຫ້ກັນແລະກັນ ພ້ອມທັງຈະສືບຕໍ່ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຂອງບັນດາການນຳຂັ້ນສູງລາວ-ກຳປູເຈຍ, ທາງດ້ານການຜະລິດ-ທຸລະກິດ ແລະ ທາງດ້ານອື່ນໆ ເພື່ອຮັບປະກັນໃຫ້ສອງປະເທດມີການພັດທະນາ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.