ທ້າຍເດືອນມີນາຜ່ານມານີ້, ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຕາງໜ້າໃຫ້ຄະນະນຳ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ ມອບເງິນຈຳນວນ 15.000.000 ກີບ ຊ່ວຍເຫຼືອພະນັກງານວິທະຍາຄານຕຳຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນຄອບຄົວພະນັກງານ ທີ່ໄດ້ເກີດຂຶ້ນໃນວັນທີ 27 ມັງກອນ 2018 ຕາງໜ້າກ່າວຮັບໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການ ວຕປ, ມີຄະນະພັກ-ຄະນະບັນຊາທັງສອງຝ່າຍເຂົ້າຮ່ວມ.

ພັອ ຄຳຮຸ່ງ ແສງປະເສີດ ກ່າວວ່າ: ເງິນທີ່ນຳມາມອບຄັ້ງນີ້ ແມ່ນໄດ້ລະດົມນໍ້າຈິດນໍ້າໃຈຈາກພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ຕຳຫຼວດ ໄດ້ຈຳນວນ 15.000.000 ກີບ ເພື່ອນຳມາຊ່ວຍເຫຼືອຄອບຄົວພະນັກງານຄູ-ອາຈານ ແລະ ນັກສຶກສາທີ່ຖືກຜົນກະທົບຈາກໄຟໄໝ້ເຮືອນຄອບຄົວພະນັກງານ ວຕປ ໃຫ້ໄດ້ຮັບການປັບປຸງກໍ່ສ້າງຄືນໃໝ່, ມີຄວາມສະດວກໃນການພັກອາໄສ ແລະ ມີຄວາມໝັ້ນຄົງກວ່າເກົ່າ.

ໃນໂອກາດດຽວກັນ, ພົຈວ ປອ ບຸນຊູ ນາມມະຈັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ພັອ ຄຳຮຸ່ງ ແສງປະເສີດ ແລະ ພະນັກງານທົ່ວກົມໃຫຍ່ຕຳຫຼວດ ທີ່ເຫັນໄດ້ເຖິງຄວາມຈຳເປັນທາງການເງິນ ແລະ ປະກອບສ່ວນຊຸກຍູ້ຊ່ວຍ ເປັນຕົ້ນແມ່ນການຊ່ວຍເຫຼືອເງິນເຂົ້າໃນການກໍ່ສ້າງທີ່ຢູ່ອາໄສຂອງຄອບຄົວພະນັກງານຄູ-ອາຈານ ແລະ ບັນດານັກສຶກສາຕ່າງໆທີ່ໄດ້ສຶກສາຮໍ່າຮຽນຢ່າງສະດວກສະບາຍ ແລະ ມີຈິດໃຈເຂັ້ມແຂງໃນການສຶກສາ ເພື່ອຮັບປະກັນຄຸນນະພາບຂອງການສອນ-ການຮຽນໃຫ້ສູງຂຶ້ນເລື້ອຍໆ.