ຄະນະພັກ-ຄະນະນໍາກະຊວງ ປກສ ນໍາໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈໍາພັກ ກະຊວງ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ຢ້ຽມຢາມ ແລະ ມອບກະຕ່າດອກໄມ້-ກະຕ່າຂອງຂວັນໃຫ້ພະນັກງານແພດ-ໝໍ, ພະນັກງານ-ນັກຮົບທີ່ເຂົ້າຮັບການປິ່ນປົວຢູ່ໂຮງໝໍ 5 ເມສາ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018 ) ໃນຕອນເຊົ້າວັນທີ 3 ເມສາ 2018.

ໃຫ້ການຕ້ອນຮັບໂດຍ ພັອ ດຣ ຄໍາບານ ຫຼ້າຄູນເຮືອນ ອໍານວຍການໂຮງໝໍ 5 ເມສາ ພ້ອມຄະນະ ພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງໂຮງໝໍ 5 ເມສາ ໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນວ່າ ຄະນະພັກ-ຄະນະອໍານວຍການໂຮງໝໍ 5 ເມສາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ແພດໝໍ ມີຈັນຍາບັນໃນການປິ່ນປົວ ແລະ ບໍລິການຮັບໃຊ້ຄົນເຈັບ ໂດຍມີການແບ່ງຈຸປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອປະຕິບັດໜ້າທີ່ໃນການປິ່ນປົວຄົນເຈັບໃນໂຮງໝໍ ແລະ ນອກສະຖານທີ່ ສະແດງອອກຄື: ພະນັກງານແພດ-ໝໍມີຈັນຍາບັນ-ຈັນຍາທໍາ, ມີນໍ້າໃຈບໍລິສຸດສັດຊື່, ຮັກແພງເບິ່ງແຍງຄົນເຈັບຄືຍາດພີ່ນ້ອງຂອງຕົນ ແລະ ບໍລິການຮັບໃຊ້ດ້ວຍຄວາມບໍລິສຸດ ພ້ອມທັງໄດ້ເອົາໃຈໃສ່ບໍລິການຮັບຕ້ອນຄົນເຈັບມາກວດເຂດນອກທັງໝົດ 7.158 ເທື່ອຄົນ; ໃນນີ້ມີຕໍາຫຼວດ 4.516 ເທື່ອສະຫາຍ, ກວດປິ່ນປົວສຸກເສີນ 5.885 ເທື່ອຄົນ, ຮັບເຂົ້ານອນໂຮງໝໍ 1.533 ເທື່ອຄົນ, ຊ່ວຍເກີດລູກ 223 ເທື່ອຄົນ, ກວດທ້ອງແມ່ມານ 1.639 ເທື່ອຄົນ, ສັກຢາເດັກນ້ອຍ 777 ເທື່ອຄົນ, ກວດລັງສີ-ເອໂກ 4.217 ເທື່ອຄົນ, ກວດວິເຄາະຕ່າງໆ 25.378 ເທື່ອຄົນ ແລະ ຜ່າຕັດຕ່າງໆມີ 342 ເທື່ອຄົນ. ໃນນີ້ມີຄົນເຈັບທີ່ນໍາໃຊ້ບັດປະກັນສັງຄົມຂອງ ກະຊວງ ປກສ ມີ 21.803 ເທື່ອຄົນ, ມີຜູ້ມາປິ່ນປົວຢູ່ໂຮງໝໍ 5 ເມສາ ຕົວຈິງ 13.533 ເທື່ອຄົນ.

ໃນໂອກາດດັ່ງກ່າວ, ພົຈວ ສີສະຫວາດ ແກ້ວມາລາວົງ ຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານແພດ-ໝໍ ຈົ່ງສືບຕໍ່ບຸກບືນເຮັດສໍາເລັດໜ້າທີ່ການເມືອງຕາມພາລະບົດບາດ, ພັດທະນາຄວາມຮູ້-ຄວາມສາມາດໃນການເບິ່ງແຍງ, ປິ່ນປົວ ຄົນເຈັບທີ່ເຂົ້າມາຮັກສາຢູ່ໂຮງໝໍແຫ່ງນີ້ ດ້ວຍຈັນຍາບັນ-ຈັນຍາ ທໍາ, ຮັກອາຊີບ, ຮັບໃຊ້ໜ້າທີ່ດ້ວຍຄວາມບໍລິສຸດສັດຊື່-ທ່ຽງທໍາ, ມີໄມຕີຈິດ ແລະ ຍີ້ມແຍ້ມແຈ່ມໃສ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ພະນັກງານ-ນັກຮົບ ທີ່ເຂົ້າຮັບການປິ່ນປົວ ເພື່ອເປັນຂວັນກໍາລັງໃຈ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາສະຫາຍ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບໃນ ໄລຍະຜ່ານມາ ແລະ ອວຍພອນໃຫ້ພະນັກງານ-ນັກຮົບ ຕະຫຼອດຮອດພໍ່-ແມ່, ປະຊາຊົນທີ່ກໍາລັງຮັບການປິ່ນປົວຢູ່ໂຮງໝໍແຫ່ງນີ້ ຈົ່ງມີສຸຂະພາບແຂງແຮງກັບຄືນສູ່ກົມກອງ ເພື່ອສືບຕໍ່ເຮັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຜົນສໍາເລັດຕາມການມອບໝາຍ.