ໃນວັນທີ 3 ເມສາ 2018, ຫຼາຍພາກສ່ວນໄດ້ນໍາເອົາກະຕ່າດອກໄມ້ ແລະ ຂອງຂວັນ ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະບັນຊາກົມກອງອ້ອມຂ້າງກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ (5 ເມສາ 1961-ເມສາ 2018).

ພົຕ ເຈີ່ນ ມິງ ຢຸ໋ງ ວ່າການຫົວໜ້າກົມໃຫຍ່ 5 ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ໄດ້ນຳກະຕ່າດອກໄມ້ເຂົ້າອວຍພອນ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ, ໂດຍທ່ານໄດ້ອວຍພອນໃຫ້ຄະນະພັກ-ຄະນະບັນຊາ ໂດຍສະເພາະລັດຖະມົນຕີກະຊວງ ປກສ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກຳລັງປ້ອງກັນຄວາມສະຫງົບ ສປປ ລາວ ຈົ່ງມີແຕ່ຄວາມສຸກໃນຊີວິດ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ; ພ້ອມກັນສືບຕໍ່ເສີມສ້າງສາຍພົວພັນລະຫວ່າງສອງກະຊວງ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ໃນວັນດຽວກັນ, ພົຕ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ແລະ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມຄະນະ ກໍໄດ້ຕ້ອນຮັບການເຂົ້າອວຍພອນຂອງ ພົຕ ພູວົງ ວົງພົມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ. ນອກນັ້ນ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນການນຳ ກະຊວງ ປກສ ເຊັ່ນດຽວກັນ ໂດຍໃຫ້ການຕ້ອນຮັບ ໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການ ກະຊວງ ປກສ ເນື່ອງໃນໂອກາດວັນສຳຄັນດັ່ງກ່າວ.

ນອກນັ້ນ, ເນື່ອງໃນໂອກາດດຽວກັນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ນຳໂດຍ ພົວຈ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງ ພ້ອມຄະນະ ໄດ້ເຂົ້າອວຍພອນກົມໃຫຍ່ການເມືອງ ປກສ ຕ້ອນຮັບໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ກອງພັນໃຫຍ່ 11 ກະຊວງປ້ອງກັນປະເທດ ນໍາໂດຍ ພັທ ພອນມີໄຊ ສີວົງຊໍາ ຄະນະພັກກອງພັນໃຫຍ 11 ຫົວໜ້າພະແນກການເມືອງ ພ້ອມຄະນະ ໄດ້ເຂົ້າອວຍພອນ ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ພັອ ປອ ສີພອນ ແກ້ວສະໄໝ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກໍເຂົ້າອວຍພອນ ພັທ ສົມພັນ ສີວົງໄຊ ຄະນະພັກ ກົມໂຄສະນາອົບຮົມເຊັ່ນດຽວກັນ.