ຫຼັງເຮັດອາຊີບເປັນສາວບໍລິການເກືອບ 10 ປີ, ສາວຊົນເຜົ່າຂະແມ ຊື່ ນາງ ເລິ້ມທິບິກ ລວານ ຫວັງຢຸດເຊົາອາຊີບດັ່ງກ່າວແລ້ວມາເລີ່ມຕົ້ນຊີວິດໃໝ່ ແຕ່ຟ້າດິນບໍ່ເປັນໃຈ ເມື່ອຕົນເອງໄດ້ພົບກັບຜູ້ຊາຍຢູ່ກິນນຳກັນແບບຜົວ-ເມຍ ຜູ້ກ່ຽວໄດ້ບັງຄັບໃຫ້ສົ່ງຢາເສບຕິດໃນບໍລິເວນແຂວງກວາງນິ້ງ.

ກໍມີຫຼາຍກໍລະນີທີ່ຍິງສາວຖືກແຟນບັງຄັບ ໃຫ້ເຮັດວຽກສົ່ງຢາເສບຕິດໃຫ້ ເມື່ອຖືກເຈົ້າໜ້າທີ່ຈັບຕົວໄດ້ ຜູ້ເປັນແຟນແມ່ນລອຍນວນ ແຕ່ຕົນເອງພັດຖືກຮັບໂທດຕາມລະບຽບກົດໝາຍ.

ນາງ ລວານ ອາຍຸ 27 ປີ ບ້ານເກີດທີ່ແຂວງເຫົ້າຢ້າງ ກໍຕົກຢູ່ໃນລັກສະນະແບບດຽວກັນນີ້ ຜູ້ກ່ຽວກໍເປັນຄົນໜຶ່ງທີ່ມີຮູບຮ່າງໜ້າຕາງາມດັ່ງຕຸກກະຕາ ແຕ່ຜູ້ກ່ຽວເກີດໃນຄອບຄົວທີ່ທຸກຍາກ, ຂາດເຂີນ, ມີອ້າຍນ້ອງຮ່ວມກັນຫຼາຍຄົນ ນາງ ລວານ ຮຽນຈົບພຽງ ມໍ 2 ກໍອອກໂຮງຮຽນ ຈາກນັ້ນຈຶ່ງໄດ້ຊອກວຽກເຮັດ ເພື່ອຫາເງິນລ້ຽງຄອບຄົວ.

ຕອນອາຍຸ 17 ປີ ນາງ ລວານ ໄດ້ຮູ້ຈັກ ແລະ ເຂົ້າມາເຮັດວຽກເປັນສາວນວດທີ່ແຂວງກວາງນິ້ງ ແລະ ກໍບໍ່ຮູ້ວ່າອາຊີບນີ້ມັນເລີ່ມເກີດຂຶ້ນແຕ່ມື້ໃດ ຮູ້ແຕ່ວ່າຄົນທີ່ມາເຮັດວຽກດັ່ງກ່າວສ່ວນຫຼາຍຈະເປັນຄົນຈາກຕ່າງຖິ່ນ ເຊັ່ນ: ຄົນຢູ່ພາກໃຕ້ຂຶ້ນມາເຮັດຢູ່ພາກເໜືອ ແລະ ຄົນຢູ່ພາກເໜືອກໍລົງໄປເຮັດຢູ່ພາກໃຕ້ ເພື່ອຫ່າງໄກຈາກພື້ນທີ່ມີຄົນຮູ້ຈັກ ແລະ ທາງບ້ານກໍບໍ່ຮູ້ວ່າ ເຂົາເຮັດວຽກຫຍັງ.

ເມື່ອເລີ່ມເຂົ້າເຮັດວຽກດັ່ງກ່າວ ຍ້ອນນາງ ເປັນຄົນງາມ ແລະ ຍັງສາວ ຈຶ່ງເຮັດໃຫ້ຜູ້ກ່ຽວມີແຂກຊາຍຕໍ່ແຖວກັນເຂົ້າໃຊ້ບໍລິການ, ມາພົວພັນເປັນຊູ້ເປັນແຟນ ແຕ່ກໍຮັກແບບລົມໆແລ້ງໆ ບໍ່ມີຊາຍຄົນໃດຈະເຮັດເປັນລາຍລັກອັກສອນ ຫຼື ຂໍເອົາສາວຮ້ານນວດຄົນນີ້ໄປເປັນເມຍ ແລະ ການພົວພັນທີ່ບໍ່ເປັນລາຍລັກອັກສອນນີ້ ໄດ້ເຮັດໃຫ້ ນາງ ລວານ ມີລູກ ແລະ ເກີດມາເປັນຕາຮັກ ແຕ່ບໍ່ມີໃຜຮັບຜິດຊອບເປັນພໍ່ ແຕ່ຍ້ອນສະພາບການບີບບັງຄັບຈຳເປັນຕ້ອງໄດ້ຫາເງິນລ້ຽງລູກ ນາງ ລວານ ຈຶ່ງສືບຕໍ່ອາຊີບດັ່ງກ່າວ ໂດຍເອົາລູກສົ່ງເມືອໃຫ້ແມ່ລ້ຽງຊ່ວຍ ທ້າຍເດືອນເມື່ອຫາເງິນໄດ້ກໍຝາກເງິນເມືອໃຫ້ແມ່ລ້ຽງລູກ. ແຕ່ຖ້າຫາກກັບເມືອຢູ່ບ້ານກໍບໍ່ມີວຽກຫຍັງເຮັດ ແລະ ກໍຄິດວ່າຈະບໍ່ມີວິທີຫາເງິນຈະລ້ຽງລູກ.

ຫຼັງຈາກທີ່ຜູ້ກ່ຽວເກີດລູກ ວຽກທີ່ເຄີຍເຮັດກໍບໍ່ງ່າຍຄືເມື່ອກ່ອນ. ບັນດາແຂກທີ່ເຂົ້າໃຊ້ບໍລິການກໍບໍ່ຄືເມື່ອກ່ອນ ເຖິງແມ່ນວ່າ ນາງ ລວານ ຈະຍັງໜ້າຕາດີ ແລະ ອາຍຸນ້ອຍ ແຕ່ກໍຍ້ອນເຮັດມາຫຼາຍປີ ກໍກາຍເປັນຄົນເກົ່າ ແຂກບໍ່ຄ່ອຍສົນໃຈ.

ໃນໄລຍະທີ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວນີ້, ຕົ້ນປີ 2017 ນາງ ລວານ ຈຶ່ງພົບກັບ ທ້າວ ຫງວຽນສີຖັງ ເກີດປີ 1960 ເຊິ່ງເປັນຄົນອາຍຸຫຼາຍກວ່ານາງ ລວານ 31 ປີ ເຂົ້າມາພົວພັນ ແລະ ເຫັນອົກເຫັນໃຈນາງ. ໃນຂະນະທີ່ ນາງ ລວານ ກຳລັງມີແນວຄິດຈະຢຸດເຊົາອາຊີບດັ່ງກ່າວ ເລີ່ມຕົ້ນຊີວິດໃໝ່ບວກກັບການຫາກິນໄດ້ຮັບຄວາມຟືດເຄືອງ ເມື່ອມີຄົນເຂົ້າມາພົວພັນ ແລະ ພ້ອມຈະຮັບຜິດຊອບ; ດັ່ງນັ້ນ, ນາງ ລວານ ຈຶ່ງຕົກລົງຍອມເປັນເມຍ ເຖິງຈະຮູ້ວ່າ ທ້າວ ຖັງ ມີລູກມີເມຍແລ້ວກໍຕາມ ແລະ ທ້າວ ຖັງ ກໍບໍ່ເຄີຍບອກວ່າສະພາບຄອບຄົວ ຫຼື ເຮືອນຢູ່ໃສ.

ນາງ ລວານ ກໍບໍ່ຮູ້ວ່າ ທ້າວ ຖັງ ມີອາຊີບຫຍັງ ຮູ້ແຕ່ວ່າຜູ້ກ່ຽວມີເງິນ ແລະ ເມື່ອຮູ້ສະພາບຂອງ ນາງ ລວານ ຍັງເອົາເງິນໃຫ້ ເພື່ອຝາກເມືອໃຫ້ແມ່ລ້ຽງລູກທີ່ບ້ານ; ໃນສາຍຕາຂອງນາງ ລວານ ທ້າວ ຖັງ ແມ່ນເປັນທີ່ເພີ່ງທີ່ສຳຄັນ ແລະ ໃນສາຍຕາຂອງພໍ່ຄ້າຢາເສບຕິດລາຍນີ້ໄດ້ເບິ່ງວ່າ ນາງ ລວານ ແມ່ນເປົ້າໝາຍທີ່ຈຳເປັນ ມີມື້ໜຶ່ງຈະຕ້ອງໄດ້ໃຊ້ຢ່າງແນ່ນອນ.

ການດຳລົງຊີວິດຂອງ ນາງ ລວານ ເຖິງແມ່ນວ່າຈະມີຜົວຜູ້ທີ່ມີອາຍຸສູງລຸ້ນພໍ່, ມີເງິນໃຫ້ໃຊ້ຈ່າຍຢ່າງສະດວກສະບາຍກໍຕາມ ແຕ່ກໍບໍ່ໝາຍຄວາມວ່າຊີວິດຂອງລາວຈະມີຄວາມສຸກ; ທຸກໆຄັ້ງທີ່ ທ້າວ ຖັງ ກັບມາຫາເມຍ ກໍສ້າງຄວາມວຸ້ນວາຍຄອບຄົວ ເຮັດໃຫ້ ນາງ ລວານ ຕ້ອງນອນຮ້ອງໃຫ້ທັ້ງຫຼາຍຄັ້ງ. ແຕ່ນາງກໍມີລູກນ້ອຍທີ່ຍັງເປັນກຳລັງໃຈພໍໄດ້ສູ້ຊີວິດຕໍ່ໄປໂດຍນາງໄດ້ຫາຄົນຖ່າຍຮູບ ຫຼື ວິດີໂອລູກສາວທີ່ອາໄສຢູ່ນຳແມ່ ສົ່ງມາໃຫ້ເບິ່ງຍາມເຫງົາ.

ເມື່ອເວົ້າເຖິງວຽກງານທີ່ນາງເຮັດເປັນອາຊີບສາວນວດ ເຖິງວ່ານາງຈະອາຍຸພຽງ 27 ປີ ແຕ່ຖ້າເວົ້າໃນອາຊີບນີ້ແມ່ນອາຍຸຫຼາຍແລ້ວ; ດັ່ງນັ້ນ ກໍເຖິງເວລາແລ້ວທີ່ຈະຕ້ອງໄດ້ເຊົາອາຊີບດັ່ງກ່າວ. ມາເຖິງເດືອນພຶດສະພາ 2017, ນາງ ລວານ ຕັດສິນໃຈກັບເມືອບ້ານເກີດທີ່ແຂວງເຫົ້າຢາງ; ຈາກນັ້ນ, ກໍຂຶ້ນໄປຢູ່ນະຄອນໂຮ່ຈິມິນ ໂດຍເຊົ່າຫ້ອງແຖວຂອງເອື້ອຍ ເພື່ອລໍຖ້າຊອກວຽກເຮັດ. ນາງເຂົ້າຊອກວຽກເຮັດຕາມສື່ອອນລາຍເທິງອິນເຕີເນັດ ຊອກວຽກກ່ຽວກັບການເສີມສວຍເພາະບໍ່ຢາກກັບໄປເຮັດອາຊີບເກົ່າ.

ການກັບເມືອເລີ່ມຕົ້ນຊີວິດໃໝ່ຂອງນາງ ມັນໄດ້ກາຍເປັນໂອກາດອັນດີຂອງ ທ້າວ ຖັງ ເຊິ່ງເປັນພໍ່ຄ້າຢາເສບຕິດລາຍໃຫຍ່ ແລະ ນາງ ລວານ ກໍບໍ່ເຄີຍຮູ້ມາກ່ອນວ່າ ທ້າວ ຖັງ ແມ່ນເປັນຄົນແຂວງຫາຍຟ່ອງ ແລະ ຍ້າຍໄປຢູ່ແຂວງກວາງນິ້ງ ແລະ ທີ່ສຳຄັນຜູ້ກ່ຽວກຳລັງເປັນເປົ້າໝາຍຕາມຈັບຕົວຂອງເຈົ້າໜ້າທີ່ຕຳຫຼວດ ສະຖານຄ້າຂາຍຢາເສບຕິດ. ຕົ້ນເດືອນກໍລະກົດ 2017 ຜູ້ກ່ຽວໄດ້ອາໄສນາມເປັນຜົວນຳ ນາງ ລວານ ໄປທີ່ນະຄອນໂຮ່ຈິມິນ. ຈາກນັ້ນ, ທັງສອງໄດ້ເຊົ່າເຮືອນພັກເປັນບ່ອນພັກເຊົານຳກັນ.

ຫຼັງຈາກໜຶ່ງອາທິດທີ່ພວກເຂົາໄດ້ຫຼິ້ນກິນນຳກັນ, ວັນທີ 13 ກໍລະກົດ 2017 ທ້າວ ຖັງ ໄດ້ໃຊ້ນາງ ລວານ ເອົາເຄື່ອງຈາກນະຄອນໂຮ່ຈິມິນ ຂຶ້ນມາສົ່ງທີ່ນະຄອນຫຼວງຮ່າໂນ້ຍ; ໂດຍຜູ້ກ່ຽວອ້າງວ່າຜ່ານມາຕົນເອງເປັນຄົນສົ່ງເຄື່ອງມາຫຼາຍຄັ້ງ ແລະ ກໍກຳລັງຖືກຕິດຕາມຂອງເຈົ້າໜ້າທີ່; ດັ່ງນັ້ນ, ຄັ້ງນີ້ແມ່ນມອບໃຫ້ ນາງ ລວານ ເຮັດຊ່ວຍເພື່ອບໍ່ໃຫ້ເຈົ້າໜ້າທີ່ຈັບໄດ້. ນອກນັ້ນ, ເຂົາຍັງປອບໃຈອີກວ່າ: ນາງເປັນຄົນໃໝ່ ແລະ ເຄື່ອງທີ່ນຳໄປສົ່ງນັ້ນ ກໍມີຂະໜາດນ້ອຍ ແລະ ເບົາ ບໍ່ມີໃຜສົນໃຈດອກ, ທີ່ສຳຄັນເຄື່ອງແມ່ນຖືກຫໍ່ດ້ວຍກັກບອນ ເຈົ້າໜ້າທີ່ບໍ່ສາມາດສະແກນ ຫຼື ກວດພົບຢ່າງແນ່ນອນເພາະຜ່ານມາຕົນເອງກໍເຮັດແນວນີ້ ແລະ ກໍ່ມາທຸກຄັ້ງ. ຫຼັງຈາກເອົາເຄື່ອງມາຮອດ ຮ່າໂນ້ຍ ຈະໄດ້ຮັບເງິນຄ່າແຮງງານ ຈຳນວນ 100 ລ້ານດົ່ງ.

ຕອນຄ່ຳຂອງວັນທີ 13 ກໍລະກົດ 2017, ທັງສອງໄດ້ອອກໄປທີ່ສາມແຍກບ່າຈ້ຽວ ນະຄອນໂຮ່ຈິມິນ ເພື່ອຮັບເອົາຢາເສບຕິດທີ່ຖືກຫໍ່ຢ່າງດີຈາກຜູ້ຍິງຄົນໜຶ່ງ; ຈາກນັ້ນ, ກໍເອົາກັບເມືອເຮືອນພັກຂອງພວກຕົນ, ຕື່ນເຊົ້າຂອງມື້ຕໍ່ມາ ທ້າວ ຖັງ ໄດ້ນຳຢາເສບຕິດດັ່ງກ່າວໃຫ້ ນາງ ລວານ ຈາກນັ້ນທັງສອງໄດ້ແຍກຍ້າຍກັນໄປ ນາງ ລວານ ໄດ້ຈ້າງລົດແທັກຊີອອກໄປສະໜາມບິນເຕິ້ນ ເຊິ້ນເຍິດ ເພື່ອຊື້ປີ້ເຮືອບິນຂຶ້ນໄປຮ່າໂນ້ຍ.

ເມື່ອຂຶ້ນມາຮອດຮ່າໂນ້ຍ ກໍຈ້າງລົດແທັກຊີໄປສົ່ງເຄື່ອງຕາມ ທ້າວ ຖັງ ແນະນຳ ໂດຍບອກລົດໄປທີ່ຖະໜົນຫງັອກຖຸຍ ຄຸ້ມລັອງບ້ຽນ ເພື່ອສົ່ງໃຫ້ອີກເປົ້າໝາຍທີ່ຈະມາຮັບເອົາຕາມເບີໂທລະສັບເມື່ອລົດຮອດປາກທາງ 344 ຫງັອກຖຸຍ ເພື່ອກຽມສົ່ງເຄື່ອງ ກໍຖືກເຈົ້າໜ້າທີ່ຕຳຫຼວດເຂົ້າກວດກາກະເປົາເດີນທາງ ແລະ ພົບເຫັນຢາເສບຕິດປະເພດ ketamine ລວມນ້ຳໜັກ 396,784 ກຼາມ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ນາງ ລວານ ໄດ້ຮັບສາລະພາບວ່າ: ໄດ້ຮັບຄຳສັ່ງຈາກແຟນເອົາເຄື່ອງມາສົ່ງທີ່ຮ່າໂນ້ຍ, ຍ້ອນຄິດເຫັນ ທ້າວ ຖັງ ເປັນຄົນຊ່ວຍເຫຼືອໃນຍາມຕົນເອງພົບຄວາມຫຍຸ້ງຍາກ ແລະ ທີ່ສຳຄັນຄ່າຈ້າງທີ່ຜູ້ກ່ຽວໃຫ້ແມ່ນຈະໄດ້ເຖິງ 100 ລ້ານ ຖ້າສົ່ງສຳເລັດ, ຖ້າທຽບໃສ່ການດຳລົງຊີວິດຂອງຄອບຄົວແລ້ວ ມັນເປັນເງິນມະຫາສານ. ນອກນັ້ນ, ກໍເປັນໄລຍະທີ່ຕົນກຳລັງພົບຄວາມຫຍຸ້ງຍາກ ແລະ ກຳລັງຕ້ອງການໃຊ້ເງິນເພື່ອລ້ຽງລູກ, ສ້າງຊີວິດໃໝ່. ທ້າວ ຖັງ ຍັງເວົ້າຕື່ມວ່າ ໃຫ້ ນາງ ລວານ ເອົາເຄື່ອງອອກມາກ່ອນ ຈາກນັ້ນຕົນຈຶ່ງຈະນຳມາແລ້ວພົບກັນທີ່ຮ່າໂນ້ຍ.

ເຖິງແມ່ນວ່າ ນາງ ລວານ ຈະໃຫ້ການກັບເຈົ້າໜ້າທີ່ແບບຈິງໃຈ ແລະ ບໍ່ໄດ້ປົກປິດກັບເຈົ້າໜ້າທີ່ແຕ່ຢ່າງໃດ ແຕ່ຜູ້ກ່ຽວກໍຍັງຖືກດຳເນີນຄະດີຕາມພາກທີ 4 ມາດຕາ 194 ກົດໝາຍດຳເນີນຄະດີອາຍາໃນສະຖານຂົນສົ່ງສານເສບຕິດ.