ຖ້າທ່ານຄິດວ່າແມ່ຍິງເປັນເພດທີ່ອ່ອນແອ ແຕ່ຄວາມຈິງແລ້ວກໍບໍ່ແມ່ນສະເໝີໄປ ເພາະຍັງມີຜູ້ຍິງບາງຄົນແມ່ນມີຈິດໃຈອຳມະຫິດ ຈົນກາຍເປັນຄາດຕະກອນຍິງທີ່ໜ້າຢ້ານກົວທີ່ສຸດໃນປະຫວັດສາດຂອງປະເທດອົດສະຕຣາລີ ເຊິ່ງມື້ນີ້ພວກເຮົາຈະພາໄປເປີດຕຳນານຄະດີຄາດຕະກຳໂຫດດັ່ງກ່າວ.

ຜູ້ຖືກຫາໃນຄະດີດັ່ງກ່າວ ແມ່ນ ນາງ ແຄນເທິນ ແມຣີ ເຊິ່ງອາດເວົ້າໄດ້ວ່າເປັນຄາດຕະກອນຍິງຄົນທຳອິດຂອງປະເທດດັ່ງກ່າວ ທີ່ຖືກສານຕັດສິນຕັດອິດສະຫຼະພາບຕະຫຼອດຊີວິດ ໂດຍບໍ່ມີການຫຼຸດໂທດໃດໆທັງໝົດ ຫຼັງຈາກລົງມືຄາດຕະກຳ ທ້າວ ຈອນໄພ ຜົວຄົນທີ 4 ຂອງຜູ້ກ່ຽວ ໂດຍເຫດເກີດໃນເດືອນກຸມພາ ປີ 2000 ດ້ວຍວິທີການລົງມືແບບໂຫດຫ້ຽມເກີນບັນຍາຍ.

ໃນສະໄໝທີ່ນາງເປັນເດັກນ້ອຍ ຊີວິດຂ້ອນຂ້າງສັບສົນ ເນື່ອງຈາກວ່າຄອບຄົວຂອງນາງ ເກີດແຕ່ຄວາມວຸ້ນວາຍບໍ່ວ່າຈະເປັນທັງການໃຊ້ກຳລັງ ແລະ ການຂົ່ມເຫັງທາງເພດ. ດັ່ງນັ້ນ, ຈຶ່ງເຮັດໃຫ້ນາງກາຍເປັນເດັກນ້ອຍທີ່ເກັບຕົວ ບໍ່ໄດ້ອອກພົບປະກັບສັງຄົມທາງນອກ ຈຶ່ງເຮັດໃຫ້ການຄວບຄຸມສະຕິຂອງຕົນບໍ່ໄດ້ດີ. ເມື່ອອາຍຸ 15 ປີ ນາງຈຶ່ງຢຸດຮຽນ ຄວາມຮູ້ກໍບໍ່ມີ; ດັ່ງນັ້ນ; ນາງຈຶ່ງໄປຊອກເຮັດວຽກເປັນສາວໂຮງງານຕັດຫຍິບ; ຈາກນັ້ນ, ໜຶ່ງປີຜ່ານມາ ນາງກໍຊອກໄດ້ວຽກທີ່ຕົນເອງໄຝ່ຝັນມາກ່ອນ ນັ້ນກໍຄືວຽກຂ້າ ແລະ ຄົວຊີ້ນສັດ; ນາງ ແມຣີ ມັກກິ່ນຄາວ, ກິ່ນເລືອດ ພ້ອມທັງສຽງຮ້ອງໂຫຍຫວນຂອງສັດກ່ອນຂາດໃຈ ແລະ ທີ່ສຳຄັນກວ່ານັ້ນ ນາງເປັນຄົນມັກຄວາມຄົມຂອງມີດເປັນພິເສດ ຈົນເຖິງຂັ້ນນຳມີດມາແຂວນໄວ້ຂ້າງຕຽງ ໂດຍອ້າງວ່າເວລາຢາກໃຊ້ມັນຈຶ່ງສະດວກ.

ເມື່ອອາຍຸນາງໄດ້ 18 ປີ ກົງກັບປີ 1974 ນາງໄດ້ພົບຮັກ ແລະ ແຕ່ງງານກັບ ທ້າວ ເດວິດ ເຄເລັກ ເພື່ອນຄົນທີ່ເຮັດວຽກໃນບ່ອນດຽວກັນ ແຕ່ທ້າວ ເຄເລັກ ເຮັດວຽກເປັນຄົນຂັບລົດ, ເຊິ່ງເລົ່າກັນວ່າ ໃນມື້ສົ່ງຕົວເຂົ້າເຮືອນຫໍໃນຄືນນັ້ນ ນາງ ແມຣີ ໄດ້ໃຊ້ແຂນຮັດຄໍຜົວຈົນເສຍຊີວິດ ທັ້ງທີ່ຫາຮ່ວມຮັກກັນພຽງສາມຄັ້ງ.

ຊີວິດຄູ່ຂອງນາງລ້ວນແຕ່ພົບກັບຄວາມສັບສົນ ເພາະນາງເປັນຄົນອາລົມຮ້ອນ, ເວົ້າຈາບໍ່ສຸພາບ ແລະ ມັກໃຊ້ກຳລັງ ສະແດງອອກໂດຍນາງມັກເຜົາເສື້ອຜ້າ, ເອົາໝໍ້ທຸບຫົວຜົວ ຫຼືອື່ນໆ ຖ້າຫາກບໍ່ພໍໃຈ; ຕົນເອງເປັນແບບນີ້ຈົນຜົວຄົນທີ 2 ແລະ 3 ກໍຕ້ອງໄດ້ເລີກລາກັນໄປ ຫຼັງຈາກທີ່ຮູ້ນິດໄສທີ່ແທ້ຈິງຂອງນາງ.

ສ່ວນເຫຍື່ອທີ່ຜູ້ກ່ຽວໄດ້ລົງມືຄາດຕະກຳໂຫດຄັ້ງນີ້ ແມ່ນຜົວຜູ້ທີ 4 ຄື ທ້າວ ຈອນໄພ ເປັນພໍ່ໝ້າຍລູກ 3 ຄົນ ແລະ ນາງ ແມຣີ ກໍເປັນແມ່ໝ້າຍລູກ 4 ເຊັ່ນກັນ, ທັງສອງແຕ່ງງານກັນໃນປີ 1998 ເວລານັ້ນ ນາງ ແມຣີ ມີອາຍຸ 38 ປີ ເມື່ອຢູ່ກິນນຳກັນມາຜູ້ເປັນຜົວກໍເລີ່ມຮູ້ທາດແທ້ຂອງເມຍ ວ່າເປັນຄົນມັກໃຊ້ຄວາມຮຸນແຮງ ເມື່ອມີມື້ໜຶ່ງ ນາງ ແມຣີ ໃຊ້ມີດແທງໜ້າເອິກຂອງຜົວໃນຂະນະທີ່ຜິດຖຽງກັນໃນເຮືອນຄົວ ແລະ ຕອນນັ້ນ ຈອນ ກໍເລີ່ມຢາກຈະເລີກກັບ ນາງ ແມຣີ.

ວັນທີ 29 ກຸມພາ 2000, ທ້າວ ຈອນ ໄດ້ຂໍລາພັກວຽກ ເພື່ອແກ້ໄຂວຽກຄອບຄົວ ໂດຍສະເພາະແມ່ນການປັບຄວາມເຂົ້າໃຈກັບເມຍ. ໃນໄລຍະດັ່ງກ່າວ, ນາງ ແມຣີ ໄດ້ສົ່ງລູກທຸກຄົນໄປນອນທີ່ເຮືອນຂອງໝູ່ ແລະ ນາງ ກໍໄປທີ່ເຮືອນຂອງ ທ້າວ ຈອນ ເວລາປະມານ 23:00 ໂມງ ກ່ອນທີ່ຈະເກີດເຫດການບໍ່ຄາດຝັນນັ້ນຂຶ້ນ ທັງສອງແມ່ນໄດ້ມີການລົມກັນແບບເຂົ້າໃຈກັນ ແລະ ມີເພດສຳພັນຮ່ວມກັນກ່ອນທີ່ ທ້າວ ຈອນ ຈະນອນຫຼັບໄປ; ຈາກນັ້ນ, ນາງ ແມຣີ ກໍລົງມືຄາດຕະກຳຜູ້ກ່ຽວແບບໂຫດຫ້ຽມທີ່ສຸດທີ່ບໍ່ມີມະນຸດຄົນໃດຈະກ້າເຮັດແບບນັ້ນ.

ຕອນເຊົ້າຂອງວັນຕໍ່ມາ, ໝູ່ເພື່ອນ ແລະ ພີ່ນ້ອງບ້ານໃກ້ຄຽງກັບ ທ້າວ ຈອນ ຮູ້ສຶກຜິດສັງເກດ ຈຶ່ງເຄາະປະຕູປ່ອງຢ້ຽມເພື່ອປຸກເຂົາ ແຕ່ກໍຕົກໃຈເມື່ອເຫັນຄາບຮອຍເລືອດທີ່ຕິດເທິງປະຕູໜ້າບ້ານ ຈຶ່ງແຈ້ງເຈົ້າໜ້າທີ່ຕຳຫຼວດທັນທີ.

ເມື່ອຕຳຫຼວດມາເຖິງສະຖານທີ່ດັ່ງກ່າວ ກໍມ້າງປະຕູເຂົ້າໄປພົບເຫັນ ນາງ ແມຣີ ນອນໂກນສຽງດັງຢູ່ເທິງຕຽງໃນສະພາບໝົດສະຕິ. ດັ່ງນັ້ນ, ຕຳຫຼວດຈຶ່ງນຳສົ່ງຕົວຜູ້ກ່ຽວໄປທີ່ໂຮງໝໍຢ່າງຮີບດ່ວນ; ຈາກນັ້ນ, ຕຳຫຼວດໄດ້ກວດຄົ້ນສະຖານທີ່ດັ່ງກ່າວຢ່າງລະອຽດ ຈຶ່ງຮູ້ວ່າ ທ້າວ ຈອນ ຜົວຂອງຜູ້ກ່ຽວໄດ້ກາຍເປັນຊິ້ນສ່ວນ ເຊິ່ງບໍ່ຕ່າງຫຍັງກັບສັດຖືກຕັດແຍກອອກເປັນສ່ວນໃຜລາວ ເຊິ່ງສົບຂອງຜູ້ເສຍຊີວິດແມ່ນຖືກຕັດຂາດອອກຈາກບ່າ, ຊິ້ນສ່ວນຕ່າງໆຂອງເຂົາ ແມ່ນຖືກຖິ້ມກະຈາຍໄປທົ່ວບໍລິເວນເຮືອນ, ໜັງແມ່ນຖືກລອກອອກບໍ່ຕ່າງຫຍັງກັບລອກໜັງໂຕສັດ, ເລືອດແມ່ນຟົ້ງກະຈາຍໄປທົ່ວຝາເຮືອນຄົວ.

ເຈົ້າໜ້າທີ່ຕຳຫຼວດໄດ້ກວດສອບຮູ້ວ່າ ໄດ້ມີການຕົ້ມນ້ຳຮ້ອນປະໄວ້ ເຊິ່ງຄາດວ່າກຽມປຸງແຕ່ງອາຫານໃນຕອນເຊົ້າ ພວກເຂົາພົບພາກສ່ວນຫົວຂອງ ທ້າວ ຈອນ ໃນໝໍ້ແກງທີ່ມີເຄື່ອງແກງປຸງສຳເລັດ, ຫົວແມ່ນຖືກຕົ້ມຈົນເປື່ອຍ; ນອກນັ້ນ, ຍັງພົບຊີ້ນອີກ 2 ຕ່ອນ ທີ່ເທິງໂຕະອາຫານໃນຖ້ວຍມີອັກສອນຂຽນຊື່ລູກຂອງເຂົາຕິດໄວ້ ຄ້າຍກັບວ່າແບ່ງໃຫ້ລູກແຕ່ລະຄົນຂອງ ທ້າວ ຈອນ ເຮັດໃຫ້ລູກຂອງເຂົາ ຮູ້ວ່າພໍ່ໄດ້ກຽມພ້ອມອາຫານເຊົ້າໄວ້ໃຫ້ຄືດັ່ງປົກກະຕິ.

ຜ່ານການຊັນນະສູດຂອງເຈົ້າໜ້າທີ່ຕຳຫຼວດພິສູດຫຼັກຖານ ພົບວ່າ: ທ້າວ ຈອນ ຖືກແທງດ້ວຍມີດແຕ່ງກິນເຖິງ 37 ຈຸດ ທັງດ້ານໜ້າ ແລະ ດ້ານຫຼັງ ລວມທັງໜ້າເອິກ ເຮັດໃຫ້ເລືອດແຕກກະຈາຍໄປທົ່ວຫ້ອງ ເມື່ອຜູ້ກ່ຽວເສຍຊີວິດ ແລ້ວກໍໃຊ້ມີດລອກໜັງຜູ້ເສຍຊີວິດດັ່ງຂ້າສັດ ພ້ອມທັງຕັດແຍກອອກເປັນຊິ້ນສ່ວນ ແລ້ວເອົາໄປປະໄວ້ຕາມຈຸດຕ່າງໆໃນເຮືອນ ກ່ອນຕັດຫົວໄປຕົ້ມໃສ່ໝໍ້ຈົນເປື່ອຍ ເພື່ອກຽມເປັນອາຫານເຊົ້າໃນມື້ຕໍ່ໄປ ແຕ່ກໍຍັງໂຊກດີທີ່ເຈົ້າໜ້າທີ່ຕຳຫຼວດເຂົ້າມາພົບ ກ່ອນໜ້າທີ່ບັນດາເດັກນ້ອຍຈະມາກິນເປັນອາຫານໃນຕອນເຊົ້າກ່ອນໄປໂຮງຮຽນ.

ເມື່ອຖືກເຈົ້າໜ້າທີ່ຄຸມຕົວມາສອບສວນ ນາງ ແມຣີ ປະຕິເສດສຽງແຂງວ່າ: ຕົນເອງບໍ່ໄດ້ເປັນຄົນລົງມື ໂດຍເຂົ້າອ້າງວ່າບໍ່ຈື່ວ່າເກີດຫຍັງຂຶ້ນໃນຄືນນັ້ນ, ແຕ່ຫຼັງຈາກທີ່ເຈົ້າໜ້າທີ່ກວດສອບຈາກກ້ອງວົງຈອນປິດແລ້ວ ຮູ້ວ່າ ນາງ ແມຣີ ໄປກົດເງິນຈາກບັດເອທີເອັມຂອງ ທ້າວ ຈອນ ຈຳນວນ 1.000 ໂດລາ ແລະ ນັ້ນກາຍເປັນຫຼັກຖານສໍາຄັນຂອງການດຳເນີນຄະດີກັບຜູ້ກ່ຽວ.

ສານໄດ້ພິຈາລະນາຄະດີຂອງ ນາງ ແມຣີ ໃນເບື້ອງຕົ້ນ ໃນປີ 2001 ຜ່ານການໄຕ່ສວນຂອງສານ ຜູ້ກ່ຽວຍັງໃຫ້ການປະຕິເສດວ່າ ຕົນເອງບໍ່ໄດ້ເປັນຄົນລົງມືຄາດຕະກຳ ທ້າວ ຈອນ ແລະ ບໍ່ຈື່ເລື່ອງທີ່ເກີດຂຶ້ນ. ເມື່ອມີການກວດສະພາບທາງຈິດຂອງຜູ້ກ່ຽວຈາກແພດ ທັງ 5 ຄົນ ຢືນຢັນຄືກັນວ່າ: ນາງ ແມຣີ ແມ່ນມີສະພາບຈິດບໍ່ປົກກະຕິຄືຄົນອື່ນ.

ເຖິງຢ່າງໃດກໍຕາມ, ສານໄດ້ພິຈາລະນາຕັດສິນຈຳຄຸກ ນາງ ແມ ຣີ ຕະຫຼອດຊີວິດໂດຍບໍ່ມີການຜ່ອນໂທດໃດໆທັງໝົດ; ເຊິ່ງຜູ້ພິພາກສາໃຫ້ເຫດຜົນວ່າ: ຜູ້ກ່ຽວຄາດຕະກຳຜູ້ອື່ນໂດຍມີການກະກຽມແຜນການໄວ້ລ່ວງໜ້າ ແລະ ບໍ່ມີຄວາມກັງວົນໃດໆທັ້ງທີ່ເປັນຄົນລົງມືກໍ່ເຫດສະເທືອນຂວັນເຊັ່ນນັ້ນຂຶ້ນ, ພ້ອມນັ້ນຜູ້ກ່ຽວຍັງນຳໃຊ້ຄວາມຊຳນານດ້ານການຂ້າສັດມາທຳຮ້າຍຄົນຕາມຄວາມທະນັດຂອງຕົນ.

ປັດຈຸບັນ, ນາງ ແມຣີ ອາຍຸ 60 ປີ, ຖືກຂັງທີ່ສະຖານທີ່ກັກຂັງນັກໂທດຍິງ ໃນລັດນິວເຊົາເວສ ປະເທດອົດສະຕຣາລີ, ໃນທຸກມື້ນີ້ເມື່ອເວລາຫວ່າງຜູ້ກ່ຽວຈະເຮັດວຽກເປັນຄົນອະນາໄມຫ້ອງຂັງ, ຫ້ອງການເຈົ້າໜ້າທີ່ຕຳຫຼວດ.