ມື້ວານນີ້, ພັຕ ສົມພາວັນ ຫຼວງລາດ ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ໄດ້ນຳພາສະມາຊິກຊາວໜຸ່ມບັນດາກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຢ້ຽມຊົມຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ (5 ເມສາ 1961-5 ເມສາ 2018).

ພັຕ ສົມພາວັນ ຫຼວງລາດ ກ່າວວ່າ: ການນໍາພາເຄື່ອນໄຫວຢ້ຽມຊົມຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍຄວາມສຳຄັນຢ່າງເປັນຂະບວນຟົດຟື້ນ ພ້ອມທັງເປັນການສ້າງໂອກາດໃຫ້ບັນດາຊາວໜຸ່ມຫຼັກແຫຼ່ງໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນເອົາບັນດາເນື້ອໃນຈິດໃຈສຳຄັນກ່ຽວກັບປະຫວັດມູນເຊື້ອຂອງບັນດາທ່ານຜູ້ນຳພັກ-ລັດ ທີ່ໄດ້ເສຍສະຫຼະຊີວິດຂອງຕົນເຂົ້າໃນການຕໍ່ສູ້ຢ່າງພິລະອາດຫານ, ຕໍ່ສູ້ຕ້ານຈັກກະພັດທີ່ມາຮຸກຮານຢ່າງມີໄຊ ແລະ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975.

ໃນການຢ້ຽມຊົມຄັ້ງນີ້ ບັນດາສະມາຊິກຊາວໜຸ່ມໄດ້ຮັບຊົມແບບຈຳລອງຖ້ຳຖານທີ່ໝັ້ນ, ອາວຸດທີ່ປະກອບໃຊ້ໃນການຕໍ່ສູ້ ແລະ ມູນເຊື້ອທີ່ສຳຄັນຕ່າງໆຂອງທ່ານຜູ້ນຳພັກ-ລັດ ພ້ອມທັງເກັບກຳຂໍ້ມູນຢ່າງລະອຽດ ເພື່ອນຳໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ກໍຄືວຽກງານການເມືອງໃນໄລຍະໃໝ່ໃຫ້ເກີດຜົນປະໂຫຍດສູງສຸດ.