ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍສະຫະພັນແມ່ຍິງຄ້າຍຄຸມຂັງໂພນຕ້ອງ ກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 3 ເມສາ ຜ່ານມານີ້, ເຂົ້າຮ່ວມມີ ພັທ ວັນພອນ ບ່າວແພງສີ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ, ພັຕ ນາງບົວໄຂ ເປມີໄຊ ຫົວໜ້າສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ, ມີຄະນະພັກ-ຄະນະຄ້າຍ, ສະຫະພັນແມ່ຍິງກົມ, ຫົວໜ້າໜ່ວຍສະຫະພັນແມ່ຍິງຄ້າຍອ້ອມຂ້າງ ແລະ ສະມາຊິກແມ່ຍິງທົ່ວຄ້າຍໂພນຕ້ອງ ເຂົ້າຮ່ວມ.

ພັຕ ນາງ ແພງເພັດ ກຸນມະນີພິມ ຫົວໜ້າໜ່ວຍສະຫະພັນແມ່ຍິງຄ້າຍໂພນຕ້ອງ ປະທານກອງປະຊຸມຂຶ້ນຜ່ານບົດສະຫຼຸບວຽກງານ 3 ປີ ແລະ ທິດທາງແຜນການ 3 ປີຕໍ່ໜ້າວ່າ: ໄລຍະ 3 ປີຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງຄ້າຍ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານໜຶ່ງທີ່ສຳຄັນໃນການສຶກສາອົມຮົມຕໍ່ສະມາຊິກແມ່ຍິງດ້ວຍຫຼາຍວິທີການ ເປັນຕົ້ນນຳພາເອື້ອຍນ້ອງແມ່ຍິງເຂົ້າຮ່ວມເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກຳນົດ, ຄຳສັ່ງຕ່າງໆ, ລະບຽບຂອງກຳລັງ ປກສ ວາງອອກ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກ ໄດ້ເປັນຢ່າງດີໄລຍະຜ່ານມາ; ຜ່ານການເຊື່ອມຊຶມເຫັນວ່າສະມາຊິກແມ່ຍິງແຕ່ລະສະຫາຍມີທັດສະນະການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດຢ່າງຕາຍໃຈ, ສາມາດຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ບຸກບື່ນຫ້າວຫັນເຮັດສຳເລັດວຽກງານທີ່ຂັ້ນເທິງມອບໝາຍໃຫ້.

ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຄ້າຍໂພນຕ້ອງຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ ໃນນີ້ເລືອກໄດ້ ພັຕ ນາງ ແພງເພັດ ກຸມມະນີພິມ ເປັນຫົວໜ້າໜ່ວຍ, ຮອ ນາງ ປານີ ໄຊບຸນເຕີມ ເປັນຮອງໜ່ວຍ ແລະ ພັຕ ນາງ ກອງສີ ວົງຄຳແສນ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາສະມາຊິກແມ່ຍິງພາຍໃນໜ່ວຍໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສະຕິຕໍ່ການຈັດຕັ້ງ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະ.

ໂອກາດດຽວກັນ, ພັທ ວັນພອນ ບ່າວແພງສີ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ຈົ່ງເພີ່ມທະວີຄວາມເປັນແບບຢ່າງ ນຳພາສຶກສາອົບຮົມການເມືອງ-ແນວຄິດບັນດາສະມາຊິກແມ່ຍິງຢ່າງຕໍ່ເນື່ອງ ໂດຍນຳພາຈັດຕັ້ງຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກຳລັງ ປກສ ເວົ້າລວມ ເວົ້າສະເພາະແມ່ນລະບຽບຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ກໍຄືສະຫະພັນແມ່ຍິງກົມຕຳຫຼວດຄຸມຂັງ-ດັດສ້າງວາງອອກ ໃຫ້ປະກົດຜົນເປັນຈິງ; ມີແບບແຜນວິທີເຮັດວຽກລະອຽດຖີ່ຖ້ວນ, ຕ້ອງມີບົດບາດການນຳພາຮ່ວມຊີວິດການເມືອງຢ່າງເປັນປົກກະຕິ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນເປັນໝູ່ຄະນະ ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຮັບປະກັນໃຫ້ວຽກງານມີຜົນສຳເລັດ ແລະ ມີປະສິດທິພາບ.