ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຈະບັນຈຸກໍາລັງຕໍາຫຼວດຈະລາຈອນຫຼາຍຮ້ອຍສະຫາຍ ລົງປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບ ໃນວັນບຸນປີໃໝ່ລາວ ປະຈໍາປີ ພສ 2561 ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 14-16 ເມສາ 2018, ເພື່ອເຮັດໃຫ້ຊາວນະຄອນຫຼວງວຽງຈັນ ທີ່ຮ່ວມສະຫຼອງບຸນປີໃໝ່ ໃຫ້ມີຄວາມເບີກບານມ່ວນຊື່ນ, ຮັກສາໄດ້ມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງຊາດ, ພ້ອມທັງຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຄວາມສະອາດຈົບງາມທົ່ວນະຄອນຫຼວງວຽງຈັນ.

ກອງປະຊຸມຜ່ານແຜນປ້ອງກັນບຸນປີໃໝ່ລາວ ປະຈໍາປີ ພສ 2561 ຢູ່ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 14-16 ເມສາ 2018 ຈັດຂຶ້ນໃນວັນທີ 4 ເມສານີ້ ເປັນກຽດເຂົ້າຮ່ວມຂອງ ພັອ ທົງສະຫວັດ ຫຼວງຈັນດາ ຮອງຫົວໜ້າກອງບັນຊາການ ປກສ ນວ, ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ, ມີບັນດາແຂກຮັບເຊີນ, ຕໍາຫຼວດຈະລາຈອນ 9 ຕົວເມືອງ ເຂົ້າຮ່ວມ; ໃນພິທີ, ພັທ ຢຸດຕະພົງ ສຸວັນນະສິງ ຫົວໜ້າພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອເຮັດໃຫ້ງານບຸນມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເບີກບານມ່ວນຊື່ນ, ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ຈະນໍາກໍາລັງລົງປ້ອງກັນສະຖານທີ່ຕ່າງໆທົ່ວນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ: ຈຸດກວດກາຄົງທີ່ຢູ່ເສັ້ນທາງເລກທີ່ 13 ໃຕ້-13 ເໜືອ, ຈຸດຄິວລົດສາຍໃຕ້-ສາຍເໜືອ, ແຍກໄຟແດງຫຼັກ 1, ແຍກວັດອິນແປງ, ແຍກວັດອົງຕື້, ແຍກວັດມີໄຊ, ວັດຊຽນຢືນ, ວັດຈັນ, ໄຟແດງສີຫອມ, ປ້ອມໂທລະໂຄງ, ຈຸດກວດກາຄົງທີ່ຢູ່ເສັ້ນທາງ 450 ປີ, ຈຸດວັດໄຕໃຫຍ່ທ່າ, ວັດໄຕນ້ອຍທ່າ, ວັດອຸບມຸງ, ວັດຂຸນຕາ, ວັດສີເມືອງ, ແຍກປາກປາສັກ ( ແຄມຂອງ ), ເສັ້ນທາງທ່າເດື່ອໜ້າສວນວັດທະນາທໍາ, ເສັ້ນທາງນາຄູນ-ທ່າງ່ອນ, ເສັ້ນທາງເລກ 10, ເລກທີ 11 ເຂດບ້ານສໍາພັນນາ ແລະ ບັນດາຈຸດສໍາຄັນອື່ນໆອີກຈໍານວນໜຶ່ງ; ນອກນີ້, ຍັງກໍາລັງຈະລາຈອນຍັງຈະລົງປະຈໍາຈຸດກວດກາຄົງທີ່, ຈຸດກວດກາສາຍທາງ ແລະ ປະຈໍາຄອຍເຫດຢູ່ແຕ່ລະເມືອງໃນນະຄອນຫຼວງວຽງຈັນ.

ພັອ ທົງສະຫວັດ ຫຼວງຈັນດາ ກ່າວຕື່ມວ່າ: ການລົງປ້ອງກັນບຸນປີໃໝ່ໃນຄັ້ງນີ້, ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ຕ້ອງຈັດກໍາລັງປະຈໍາການກຽມພ້ອມສູ້ຮົບໂດຍສົມທົບກັບທຸກພາກສ່ວນຕະຫຼອດ 24 ຊົ່ວໂມງ ເມື່ອມີເຫດການຮ້າຍແຮງໃຫ້ນໍາກໍາລັງດັ່ງກ່າວເຂົ້າສົມທົບກັບພາກສ່ວນອື່ນແກ້ໄຂໃຫ້ທັນການ, ອອກເຄື່ອນໄຫວກວດກາຍານພາຫະນະຢູ່ຕາມສາຍທາງ, ສະຖານທີ່ຊຸມຊົນ, ຈຸດຫຼ່ໍແຫຼມ, ພື້ນທີ່ຢຸດທະສາດຕ່າງໆທີ່ກໍານົດໄວ້ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%; ນອກນີ້, ບັນດາກໍາລັງທີ່ຈະລົງປະຕິບັດໜ້າທີ່ຕ້ອງເອົາໃຈໃສ່ໃນການປະຕິບັດວຽກງານຂອງຕົນໃຫ້ດີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຢ່າງເຂັ້ມງວດ, ເດັດຂາດບໍ່ໃຫ້ເຫດການຮ້າຍແຮງເກີດຂຶ້ນໃນການສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2561 ໃນຄັ້ງນີ້.