ກອງບັນຊາການປ້ອງກັນສູນກາງ ( ປກ ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີເລື່ອນຊັ້ນໃຫ້ກໍາລັງປ້ອງກັນສູນກາງ ໃນວັນທີ 4 ເມສາ 2018, ເພື່ອເປັນປະຕິບັດນະໂຍບາຍ ແລະ ການປັບປຸງກໍາລັງປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນເຂັ້ມແຂງກ້າວຂຶ້ນ ເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າມອບໝາຍໃຫ້; ປະດັບຊັ້ນໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກ.

ໃນນີ້ມີເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 3 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ ຍິງ 4 ສະຫາຍ, ປະດັບຊັ້ນຮ້ອຍໂທ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ 111 ສະຫາຍ ຍິງ 17 ສະຫາຍ, ສິບຕີ ຂຶ້ນ ສິບໂທ 4 ສະຫາຍ ຍິງ 1 ສະຫາຍ, ຊັ້ນ I ຂຶ້ນ ສິບຕີ 1 ສະຫາຍ ຍິງ 1 ສະຫາຍ, ຊັ້ນ II ຂຶ້ນຊັ້ນ I ມີ 3 ສະຫາຍ ຍິງ 2 ສະຫາຍ; ພ້ອມດຽວກັນນີ້ຍັງໄດ້ປັບປຸງລະບົບການຈັດຕັ້ງຂັ້ນຫ້ອງທີ່ຂຶ້ນກັບ ປກ ຈໍານວນ 3 ຫ້ອງ ຄື: ຫ້ອງການ, ຫ້ອງການເມືອງ ແລະ ຫ້ອງເສນາທິການ, ປັບປຸງ 18 ພະແນກ ທີ່ຂຶ້ນກັບຫ້ອງ, ປັບປຸງ 1 ໂຮງຮຽນ ແລະ 7 ກອງຮ້ອຍ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນສໍາເລັດ.

ໃນພິທີ, ຍັງໄດ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018) ເພື່ອໃຫ້ຄະນະພັກ-ຄະນະນໍາ ປກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບພາຍໃນ ປກ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນໍາເອົາມູນເຊື້ອວັນສຳຄັນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີຜົນສຳເລັດຍິ່ງຂຶ້ນ.