ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ, ມອບໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ປະກາດການເລື່ອນຊັ້ນ ໃນວັນທີ 4 ເມສາ 2018 ໂດຍ ພັອ ຄຳກິ່ງ ຜຸ້ຍຫຼ້າມະນີ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ເປັນປະທານ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບບັນດາກົມກອງອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.

ພັອ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ປາຖະກະຖາ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ) ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018 ) ໂດຍຍົກໃຫ້ເຫັນເຖິງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 63 ປີຜ່ານມາ, ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນພັກປະຊາຊົນ ປະຕິວັດລາວ ໄດ້ສືບທອດອຸດົມການຍິ່ງໃຫຍ່ຂອງພັກກອມມູນິດອິນດູຈີນ, ພັກໄດ້ກໍານົດທາດແທ້, ອຸດົມການ ແລະ ແນວທາງການເມືອງຂອງຕົນຢ່າງຈະແຈ້ງ ເພື່ອນໍາພາທົ່ວປວງຊົນລາວຕໍ່ສູ້ກູ້ຊາດຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ, ຍາດເອົາເອກກະລາດມາໃຫ້ປະເທດຊາດ ແລະ ປະຊາຊົນໄດ້ຢ່າງສົມບູນໃນວັນທີ 2 ທັນວາປີ 1975, ນໍາພາປະຊາຊົນປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ພ້ອມທັງເຮັດໃຫ້ອຸດົມການຂອງພັກປະກົດຜົນເປັນຈິງຂຶ້ນຢ່າງເດັ່ນຊັດໃນແຕ່ລະໄລຍະ.

ວັນທີ 5 ເມສາ ແມ່ນວັນທີ່ມີຄວາມໝາຍ-ຄວາມສຳຄັນປະຫວັດສາດທາງການເມືອງຂອງຊາດ, ຂອງພັກ ແລະ ຂອງກຳລັງ ປກສ ປະຊາຊົນ, ກຳລັງປ້ອງກັນຄວາມສະຫງົບ ເປັນກຳລັງທີ່ໄວ້ເນື້ອເຊື່ອໃຈ, ເປັນກຳລັງແກ່ນສານຂອງການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານທຸກກົນອຸບາຍທຳລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນຳພັກ-ລັດແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນກອງປະຊຸມລະດັບຊາດ ແລະ ສາກົນໃຫ້ມີຄວາມປອດໄພ; ການກຳເນີດເກີດຂຶ້ນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ໂອກາດດຽວກັນ, ໄດ້ມີພິທີມອບໃບຢັ້ງຢືນກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ໃຫ້ໜ່ວຍພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບກົມກອງອ້ອມຂ້າງກົມໃຫຍ່ການເມືອງ. ພ້ອມດຽວກັນນີ້, ກໍໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານທີ່ມີຜົນງານ ແລະ ຄົບມາດຖານຂອງການເລື່ອນຊັ້ນ ມີ: ເລື່ອນຊັ້ນພັນ ຕີ ຂຶ້ນ ພັນໂທ 3 ສະຫາຍ ຍິງ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ ຍິງ 1 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 31 ສະຫາຍ ຍິງ 8 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 14 ສະຫາຍ ຍິງ 5 ສະຫາຍ, ປະດັບຊັ້ນ ຮ້ອຍໂທ 2 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 16 ສະຫາຍ ຍິງ 7 ສະຫາຍ, ສິບເອກ ຂຶ້ນ ວາທີ 6 ສະຫາຍ 3 ສະຫາຍ, ສິບໂທ ຂຶ້ນ ສິບເອກ 19 ສະຫາຍ ຍິງ 10 ສະຫາຍ, ສິບຕີ ຂຶ້ນ ສິບໂທ 6 ສະຫາຍ ຍິງ 3 ສະຫາຍ, ຊັ້ນ I ຂຶ້ນ ສິບຕີ 3 ສະຫາຍ, ຊັ້ນ II ຂຶ້ນ ຊັ້ນ I ມີ 2 ສະຫາຍ.