ໃນລະຫວ່າງວັນທີ 2-3 ເມສາ 2018 ກົມສື່ສານ, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແລະ ກອງບັນຊາການ ປກສ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດພິທີເລົ່າຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018 ).

ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກໍາມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ, ພັກປະຊາຊົນ ປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແຫ່ງແນວຄິດ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ເສີມຂະຫຍາຍລັດທິຮັກຊາດອັນແທ້ຈິງ ສົມທົບກັບລັດທິສາກົນອັນຜ່ອງໃສຂອງຊົນຊັ້ນກໍາມະກອນ, ຮັບເອົາສິ່ງຍອດຍິ່ງທາງດ້ານສະຕິປັນຍາທີ່ກ້າວໜ້າຂອງມວນມະນຸດ ເພື່ອກໍານົດແນວທາງ, ແຜນນະໂຍບາຍຂອງພັກ, ຍົກສູງຄວາມສາມາດ ແລະ ຄຸນນະພາບການນໍາພາຂອງພັກ, ຕ້ານລະບອບຫຼາຍເຄົ້າ, ຫຼາຍພັກ, ຕ້ານລັດທິເອກະຊົນ ແລະ ຕ້ານລັດທິສວຍໂອກາດໃນທຸກຮູບແບບ. ນັບແຕ່ມື້ສ້າງຕັ້ງຂຶ້ນ ພັກປະຊາຊົນ ປະຕິວັດລາວ ໄດ້ກໍານົດອຸດົມການຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວດໍາເນີນການຕໍ່ສູ້ພວກຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ ແລະ ສິດເປັນເຈົ້າໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ, ປັດຈຸບັນ ພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກຄື: ນໍາພາທົ່ວປວງຊົນລາວປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ວັນທີ 5 ເມສາ 1961 ແມ່ນວັນສ້ງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກໍາລັງ ປກສ ທີ່ໝູນວຽນມາ ຄົບຮອບ 57 ປີ, ກໍາລັງປ້ອງກັນຄວາມສະຫງົບ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ການຊີ້ນໍາ-ນໍາພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ການເຕີບໃຫຍ່ເຂັ້ມແຂງຂອງກໍາລັງປ້ອງກັນຄວາມສະຫງົບປະຕິວັດ ໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວຍິ່ງໃຫຍ່, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂະຫຍາຍຕົວຂຶ້ນຮອດບ່ອນໃດ ກໍາລັງປ້ອງກັນຄວາມສະຫງົບກໍເຕີບໃຫຍ່ຂະຫຍາຍຕົວຂຶ້ນຮອດບ່ອນນັ້ນ, ທັງເປັນກໍາລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ ມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.