ທ່ານ ຫວາງ ເຈີງ ເຫຍີຍ ຮອງປະທານສະພາທີ່ປຶກສາການເມືອງທົ່ວປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັບ ສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ ຕ້ອນຮັບໂດຍ ທ່ານ ຄໍາໃບ ດໍາລັດ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ໃນວັນທີ 16 ພຶດສະພາຜ່ານມາ ເພື່ອເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລະຫວ່າງ ສອງພັກສອງລັດ ລາວ-ຈີນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຜົນສໍາເລັດໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສູນກາງແນວລາວສ້າງຊາດ ຂອງຄະນະສະພາທີ່ປຶກສາການເມືອງທົ່ວປະເທດ ແຫ່ງ ສປ ຈີນ ໃນຄັ້ງນີ້ ເຊິ່ງເປັນການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງສະພາທີ່ປຶກສາການເມືອງທົ່ວປະເທດ ແຫ່ງ ສປ ຈີນ ກັບ ສູນກາງແນວລາວສ້າງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ເຊິ່ງຜ່ານມາສະພາທີ່ປຶກສາການເມືອງ ແຫ່ງ ສປ ຈີນ ຍັງໄດ້ຊ່ວຍເຫຼືອທາງດ້ານທຶນຮອນໃນການສ້າງສູນຝຶກອົບຮົມແນວລາວສ້າງຊາດ ເຊິ່ງເປັນສັນຍາລັກສໍາຄັນແຫ່ງການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດ ແຫ່ງ ສປ ຈີນ ໂດຍໂຄງການດັ່ງກ່າວ ກໍໄດ້ສໍາເລັດ ແລະ ໄດ້ຮັບໃຊ້ວຽກງານຝຶກອົບຮົມ; ນອກນີ້, ຍັງໄດ້ຊ່ວຍເຫຼືອທາງດ້ານທຶນຮອນໃນການຈັດຊື້ພາຫະນະຮັບໃຊ້ເຂົ້າໃນວຽກງານລົງຮາກຖານອີກຈໍານວນໜຶ່ງ.

ໂອກາດດຽວກັນ, ທ່ານ ຫວາງ ເຈີງ ເຫຍີຍ ໄດ້ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຮ່ວມກັນຄັ້ງນີ້ ໂດຍສະເພາະແມ່ນການຊ່ວຍເຫຼືອເຊິ່ງກັນແລະກັນໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າຈະສືບຕໍ່ຮ່ວມມືໃນວຽກງານທີ່ພົວພັນເຖິງວຽກງານແນວໂຮມດ້ວຍຫຼາຍຮູບການ, ເພີ່ມທະວີຄວາມຮູ້ຄວາມສາມາດວຽກງານຈັດຕັ້ງສູນກາງແນວລາວສ້າງຊາດ ແລະ ສະພາທີ່ປຶກສາການເມືອງທົ່ວປະເທດ ແຫ່ງ ສປ ຈີນ ເພີ່ມທະວີຄວາມສາມັກຄີ ແລະ ຮ່ວມກັນຊຸກຍູ້ສາຍພົວພັນທັງສອງປະເທດໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.