ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທຳ ແລະ ທ່ອງທ່ຽວແຫ່ງ ສປ ຈີນ ໄດ້ຈັດກອງປະຊຸມເວທີສົນທະນາການຮ່ວມມືທາງດ້ານການທ່ອງທ່ຽວ ລາວ-ຈີນ ຂຶ້ນໃນວັນທີ 15 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວເຂົ້າຮ່ວມໂດຍ ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນເຂົ້າຮ່ວມໂດຍ ທ່ານ ຕູ້ຈ່ຽງ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ມີ ທ່ານ ຫວັງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ບັນດາພາກສ່ວນທີ່ກ່ຽວຂ້ອງ, ນັກທຸລະກິດ, ແຂກຮັບເຊີນ, ພະນັກງານ-ລັດຖະກອນ ແລະ ນັກສຶກສາຈາກສະຖາບັນຕ່າງໆເຂົ້າຮ່ວມ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ມີການປຶກສາຫາລືຖອດຖອນບົດຮຽນດ້ານການທ່ອງທ່ຽວຂອງສອງປະເທດ ໂດຍສົນທະນາກ່ຽວກັບການສົ່ງເສີມການທ່ອງທ່ຽວ ແລະ ຮ່ວມມື ລາວ-ຈີນ, ແນະນຳກ່ຽວກັບວິທີການຊຸກຍູ້ການແລກປ່ຽນ ແລະ ຮ່ວມມືການທ່ອງທ່ຽວລະຫວ່າງສອງຝ່າຍ, ການພັດທະນາບຸກຄະລາກອນການທ່ອງທ່ຽວ, ທ່າອ່ຽງການພັດທະນາກ່ຽວກັບຕະຫຼາດທ່ອງທ່ຽວຕ່າງປະເທດຈີນ, ການຄຸ້ມຄອງການທ່ອງທ່ຽວ ແລະ ຫົວຂໍ້ການເບິ່ງກາລະໂອກາດການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ລາວ-ຈີນ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ທ່ານ ສຈ ປອ ບໍ່ແສງຄຳ ວົງດາລາ ໃຫ້ຮູ້ວ່າ: ການທ່ອງທ່ຽວແມ່ນຖືເປັນຂະແໜງການເສດຖະກິດໜຶ່ງທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກວ້າງຂວາງ ຢູ່ບັນດາປະເທດໃນໂລກ, ເຊິ່ງໃນຊຸມປີຜ່ານມາ, ລັດຖະບານແຫ່ງ ສປປ ລາວ ເຫັນໄດ້ເຖິງຄວາມສຳຄັນດ້ານການທ່ອງທ່ຽວ ແລະ ຖືເປັນຂະແໜງການບູລິມະສິດໜຶ່ງທີ່ສຳຄັນໃນການຊຸກຍູ້ພັດທະນາເສດຖະກິດ-ສັງຄົມຂອງຊາດ ເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການທີ່ຕິດພັນກັບດ້ານການທ່ອງທ່ຽວ; ດັ່ງນັ້ນ, ສປປ ລາວ ຈຶ່ງໄດ້ເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ, ປະເທດເພື່ອນບ້ານ ແລະ ໃກ້ຄຽງ ໂດຍສະເພາະ ສປ ຈີນ ເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວໃຫ້ນັບມື້ນັບເຂັ້ມແຂງ ແລະ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນໄປເລື້ອຍໆ.

ສາຍພົວພັນຮ່ວມມື ລາວ-ຈີນ ແມ່ນເປັນມູນເຊື້ອອັນສະໜິດແໜ້ນທີ່ມີມາແຕ່ດົນນານ, ສອງປະເທດໄດ້ກາຍເປັນເພື່ອນມິດ ຍຸດທະສາດການຮ່ວມມືກັນຫຼາຍດ້ານເວົ້າລວມ ເວົ້າສະເພາະຮ່ວມມືດ້ານການທ່ອງທ່ຽວ ລາວ-ຈີນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນໄດ້ມີເສັ້ນເຊື່ອມຈອດກັນທັງທາງບົກ ແລະ ທາງອາກາດ ທີ່ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງປະເທດໄປ-ມາຫາສູ່ກັນຢ່າງສະດວກສະບາຍ ແລະ ເຮັດໃຫ້ຕົວເລກຂອງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວນັບມື້ຫຼາຍຂຶ້ນ; ສະແດງອອກສະຖິຕິຂອງນັກທ່ອງທ່ຽວຈາກ 199.857 ຄົນ ໃນຊຸມປີ 2012 ມາເປັນ 639.185 ຄົນ ໃນປີ 2017 ເພີ່ມຂຶ້ນເຖິງ 17% ຖ້າທຽບໃສ່ປີ 2016 ແລະ ຄາດວ່າ: ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຕໍ່ໜ້າ ເພາະປັດຈຸບັນ ລາວ-ຈີນ ໄດ້ມີການຮ່ວມມືກັນກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຊຶ່ງຈະກາຍເປັນພາຫະນະທີ່ສຳຄັນໃນການຊຸກຍູ້ບັນດານັກທ່ອງທ່ຽວ ລະຫວ່າງ 2 ປະເທດ ກໍຄືປະຊາຊົນ ສອງຊາດ ລາວ-ຈີນ ໄດ້ໄປ-ມາຫາສູ່ກັນຢ່າງສະດວກສະບາຍ ທັງເປັນການສ້າງເສດຖະກິດພາຍໃນສອງປະເທດ ໃຫ້ມີການຂະຫຍາຍຕົວ ແລະ ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.