ກອງບັນຊາການ ປກສ ແຂວງຄຳມ່ວນ ສປປ ລາວ ຮ່ວມກັບ ກອງບັນຊາການຕຳຫຼວດແຂວງຮາຕິ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວຽກງານປ້ອງກັນຄວາມສະຫງົບ ໃນວັນທີ 18 ພຶດສະພາ 2018 ຢູ່ກອງບັນຊາການຕຳຫຼວດແຂວງຮາຕິ່ງ ສສ ຫວຽດນາມ ນໍາໂດຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ, ພັອ ເລວັນຊາວ ຫົວໜ້າກອງບັນຊາການຕຳຫຼວດແຂວງຮາຕິ່ງ ພ້ອມຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຕ່າງໆໃນໄລຍະຜ່ານມາ, ການເຮັດໜ້າທີ່ວິຊາສະເພາະຂອງແຂວງໃນໄລຍະຜ່ານມາ ໃຫ້ຕາງຝ່າຍຮັບຮູ້ ໂດຍສະເພາະແມ່ນສະພາບບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ການລັກລອບເຂົ້າ-ອອກເມືອງຂອງປະຊາຊົນ ພາຍໃນຂອບເຂດຕາມຊາຍແດນ ລະຫວ່າງສອງແຂວງທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ບໍລິເວນຊາຍແດນທັງສອງປະເທດ ອັນເປັນສາເຫດທີ່ສົ່ງຜົນກະທົບຕໍ່ສອງຝ່າຍ ເວົ້າລວມ ເວົ້າສະເພາະກໍຄືຂອບເຂດຊາຍແດນສອງແຂວງຄຳມ່ວນ ແລະ ແຂວງຮາຕິ່ງ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືຄົ້ນຄວ້າຕີລາຄາຫາວິທີຮ່ວມມືກັນແກ້ໄຂບັນຫາກົນອຸບາຍ ແລະ ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ຫວັງດີຈຳນວນໜຶ່ງເຄື່ອນໄຫວກໍ່ການກະທຳຜິດຢູ່ລຽບຕາມຊາຍແດນ.

ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນລົງນາມເຊັນບົດບັນທຶກຊ່ວຍຈຳໃນການຮ່ວມມືຮັກສາຄວາມສະຫງົບ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ ໂດຍທັງສອງຝ່າຍເຫັນດີ ພ້ອມນີ້ກໍເພື່ອເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນບົດຮຽນປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ເພື່ອຈັດຕັ້ງຜັນຂະຫຍາຍສາຍພົວພັນແບບພິເສດຂອງສອງພັກ-ສອງລັດເຂົ້າໃນການຮ່ວມມື ເພື່ອປ້ອງກັນ ແລະ ສະກັດກັ້ນສະພາບການຕ່າງໆທີ່ອາດຈະເກີດຂຶ້ນໃນຂອບເຂດຊາຍແດນຂອງສອງປະເທດ, ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ແກ່ພົນລະເມືອງຂອງສອງປະເທດທີ່ຢູ່ລຽບຕາມຊາຍແດນໃຫ້ເຄົາລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດໃຫ້ເລິກເຊິ່ງ ໂດຍສະເພາະການປະຕິບັດການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ທັງສອງປະເທດມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ລຽບຕາມຊາຍແດນ ເພື່ອເຮັດໃຫ້ແຂວງຄຳມ່ວນ ແລະ ແຂວງຮາຕິ່ງ ກາຍເປັນຊາຍແດນສັນຕິພາບ-ມິດຕະພາບໝັ້ນຄົງຕະຫຼອດໄປ.