ຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບ ປະຈໍາໄຕມາດ I ແລະ ວາງທິດທາງປະຈໍາໄຕມາດ II ປີ 2018 ໃນວັນທີ 21 ພຶດສະພາຜ່ານມາ ໂດຍການເຂົ້າຮ່ວມຂອງ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ກອງບັນຊາການ, ຄະນະຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບຸນເຮືອງ ແສນພູລິບຸດ ຫົວໜ້າຫ້ອງພະລາທິການ ກ່າວວ່າ: ໃນໄລຍະ 3 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບເຄື່ອນໄຫວເຮັດວຽກງານວິຊາສະເພາະຢ່າງຕັ້ງໜ້າຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍຖືເອົາການກວດກາ, ຮັບປະກັນທາງດ້ານວຽກງານພະລາທິການລ້ຽງດູກໍາລັງໃນທົ່ວກໍາລັງປ້ອງກັນສູນກາງ, ຮັບ-ຈ່າຍເງິນເດືອນ, ເງິນບໍລິຫານຮ່ວງຕ່າງໆ, ເຄື່ອງອຸປະກອນວິຊາສະເພາະ, ວັດຖຸເຕັກນິກຄົບຖ້ວນ ຕາມລະບອບອັດຕາທີ່ກະຊວງອະນຸມັດຕົວເລກໃຫ້ກອງບັນຊາການປ້ອງກັນສູນກາງທ່ວງທັນກັບກໍານົດເວລາ; ນອກນີ້, ຄະນະນໍາທຸກຂັ້ນຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບທຸກສະຫາຍໃຫ້ມີສະຕິລະວັງຕົວ, ມີລະບຽບວິໄນເຂັ້ມງວດ, ໂດຍການຊຸກຍູ້ໃຫ້ເຂົາເຈົ້າເຂົ້າຮ່ວມເຊື່ອມຊຶມບັນດາເອກະສານການເມືອງ, ຮັບຟັງປາຖະກະຖາມູນເຊື້ອຂອງພັກ-ຂອງຊາດ; ກໍຄືຂອງກໍາລັງປ້ອງກັນຄວາມສະຫງົບໄດ້ 5 ຄັ້ງ, ມີ 105 ສະຫາຍ, ຜ່ານການນໍາພາວຽກງານດັ່ງກ່າວ ເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍມີແນວຄິດຫຼັກໝັ້ນ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຂອງຕົນທີ່ໄດ້ຮັບມອບໝາຍ.

ທິດທາງປະຈໍາໄຕມາດ II ຄະນະນໍາຫ້ອງພະລາທິການ ຈະສືບຕໍ່ເອົາໃຈໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈໍາເປັນໃຫ້ແກ່ກອງບັນຊາການ ແນໃສ່ຮັບປະກັນທາງດ້ານວຽກງານວິຊາສະເພາະ ແລະ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ; ພ້ອມທັງປັບປຸງລະບອບແບບແຜນວິທີເຮັດວຽກ, ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານເປັນເອກະພາບກັນໃນການປະກອບ, ນໍາໃຊ້ພາຫະນະ, ວັດຖຸອຸປະກອນເຕັກນິກພະລາທິການ, ຮັກສາວັດຖຸອຸປະກອນດັ່ງກ່າວໃຫ້ໃຊ້ໄດ້ຍາວນານ.