ໃນທ້າຍອາທິດຜ່ານມາ, ອົງການຈັດຕັ້ງມະຫາຊົນກອງບັນຊາການ ປກສ ແຂວງໄຊສົມບູນ ແລະ ອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນຄວາມສະຫງົບ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັນ ໂດຍການເຂົ້າຮ່ວມຂອງ ພັທ ບົວພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ແລະ ມີຄະນະຊາວ ໜຸ່ມ-ແມ່ຍິງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ ພັຕ ບົວໄລ ລໍເພັງສີ ເລຂາຄະນະຊາວໜຸ່ມຮາກຖານ ປກສ ແຂວງ ແລະ ພັທ ນາງ ຄຳຢາດ ວິໄລວັນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜັດປ່ຽນກັນລາຍງານສະພາບທີ່ຕັ້ງຂອບເຂດສິດ, ໜ້າທີ່, ພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ອົງການຈັດຕັ້ງໃຫ້ແກ່ຄະນະພັກຂັ້ນຂອງຕົນ ເປັນຕົ້ນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີພາຍໃນຂອງສະມາຊິກຊາວໜຸ່ມ-ແມ່ຍິງ, ພ້ອມທັງປຸກລະດົມສະມາຊິກເປັນເຈົ້າການປະຕິບັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້ສຳເລັດ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ-ແມ່ຍິງ ແລະ ເດັກນ້ອຍ ຕະຫຼອດຮອດພໍ່-ແມ່ປະຊາຊົນ ແລະ ຊາວຜູ້ອອກແຮງງານ, ສົ່ງເສີມສິດສະເໝີພາບ ລະຫວ່າງຍິງ-ຊາຍ, ປົກປັກຮັກສາເສີມຂະຫຍາຍມູນເຊື້ອ, ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ແລະ ທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບໄດ້ດີ. ພ້ອມນັ້ນ, ຍັງຈະໄດ້ສືບຕໍ່ເຮັດວຽກງານສຶກສາອົບຮົມນຳພາແນວຄິດ ໃຫ້ສະມາຊິກຊາວໜຸ່ມ-ແມ່ຍິງໄດ້ຮັບຮູ້ເຊື່ອມຊຶມເຂົ້າໃຈຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເພີ່ມທະວີຄວາມດຸໝັ່ນຫ້າວຫັນຊອກຮູ້ຮ່ຳຮຽນດ້ານຄຸນສົມບັດ, ສິນທຳປະຕິວັດ, ແບບແຜນວິທີເຮັດວຽກ, ພ້ອມທັງສ້າງເສດຖະກິດຄອບຄົວ, ກົມກອງ ແລະ ລວມໝູ່ຕາມຄວາມອາດສາມາດ, ສືບຕໍ່ສ້າງແຜນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ແລະ 4 ບຸກຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ພັທ ບົວພັນ ອິນທະປັນຍາ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການມາພົບປະແລກປ່ຽນວຽກງານອົງການຈັດຕັ້ງມະຫາຊົນໃນຄັ້ງນີ້, ພ້ອມທັງຮຽກຮ້ອງມາຍັງອົງການຈັດຕັ້ງມະຫາຊົນສືບຕໍ່ແລກປ່ຽນກັນ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານສະມາຊິກຂັ້ນຂອງຕົ້ນຢ່າງເປັນປະຈຳ, ສືບຕໍ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ເປັນບັນຫາສຳຄັນ, ສຶກສາຮ່ຳຮຽນຊອກຮູ້ທາງດ້ານພາສາຕ່າງປະເທດ, ປະສານສົມທົບກັບພາກສ່ວນອ້ອມຂ້າງ ເພື່ອສ້າງກົມກອງຊາວໜຸ່ມແຮກສ່ຽວ, ມີການຮ່ວມຊີວິດການເມືອງກັນຢ່າງເປັນປົກກະຕິ, ມີແບບແຜນໃນການເຮັດວຽກ, ພ້ອມທັງສືບຕໍ່ນຳພາກົມກອງຂັ້ນຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ.

ຈາກນັ້ນ, ຍັງໄດ້ສືບຕໍ່ສ້າງຂະບວນການແຂ່ງຂັນກິລາບານເຕະມິດຕະພາບອົງການຈັດຕັ້ງມະຫາຊົນ ກະຊວງ ປກສ, ອົງການຈັດຕັ້ງມະຫາຊົນ ປກສ ແຂວງ ແລະ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງໄຊສົມບູນ ເພື່ອເປັນການຮັດແໜ້ນຄວາມສາມັກຄີ.