ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ເມືອງໜອງບົກ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຝຶກອົບຮົມວຽກງານປ້ອງກັນພາຍໃນໄລຍະສັ້ນ ຄັ້ງທີ I ປະຈຳປີ 2017 ແລະ ທິດທາງແຜນການໃນ ປີ 2018, ເຂົ້າຮ່ວມມີ ທ່ານ ສິນທະສອນ ມາຫາໂຄດ ເຈົ້າເມືອງໆໜອງບົກ, ມີ ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຄະນະພັກ-ຄະນະກອງບັນຊາການ ປກຊ-ປກສ ເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ອ້ອມຂ້າງເມືອງ ແລະ ບັນດານັກສຳມະນາກອນ ເຂົ້າຮ່ວມ 70 ກວ່າສະຫາຍ.

ພັທ ບົວພາ ອຸລະມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ວ່າ: ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານປ້ອງກັນພາຍໃນສຳນັກງານ-ອົງການ ແມ່ນເປັນວຽກງານສຳຄັນຍິ່ງໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ໃຫ້ມີຄວາມປອດໄພ; ໃນນີ້ ຄະນະບັນຊາກອງບັນຊາການ ປກສ ເມືອງໜອງບົກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານຫຼັກແຫຼ່ງປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຂັ້ມງວດໃນການຄົ້ນຄວ້າວາງແຜນການ, ວິທີການປ້ອງກັນລັດຖະກອນ, ການຈັດຕັ້ງພັກລັດ, ປ້ອງກັນຊັບສົມບັດ, ເອກະສານສຳຄັນຕ່າງໆຂອງສຳນັກງານ-ອົງການ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສຳນັກງານອົງການຂອງຕົນ, ເຊິ່ງໄລຍະ 1 ປີຜ່ານມາເຫັນວ່າ ສະພາບການຕ່າງໆພາຍໃນເມືອງໜອງບົກ ແມ່ນມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບໂດຍພື້ນຖານ, ສາມາດກຳໄດ້ການເຄື່ອນໄຫວຂອງພວກສັດຕູ ແລະ ກຸມຄົນບໍ່ດີທີ່ຫວັງທຳລາຍມ້າງເພພັກ-ລັດເຮົາ ແລະ ບັນດາສຳນັກງານ-ອົງການຕ່າງໆຢ່າງມີປະສິດທິພາບ.

ໂອກາດດຽວກັນ, ທ່ານເຈົ້າເມືອງໆໜອງບົກ ໄດ້ເນັ້ນໃຫ້ບັນດານັກສຳມະນາກອນທຸກສະຫາຍ ຈົ່ງເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮໍ່າຮຽນເອົາເນື້ອໃນຈິດໃຈຂອງເອກະສານທີ່ນຳມາຝຶກອົບຮົມ ເພື່ອຮັບປະກັນໃຫ່ແກ່ສຳນັກງານ-ອົງການອ້ອມຂ້າງເມືອງຂອງຕົນມີຄວາມເປັນສະບຽບຮຽບຮ້ອຍ.