ຕາມກົດໝາຍອາຍາ ມາດຕາ 109 ແລ້ວ ບຸກຄົນຜູ້ໃດ ຫາກໄດ້ເອົາຊັບຂອງຜູ້ອື່ນມາເປັນຂອງຕົນໂດຍລັບຫຼັງ ເຖິງ ຈະໜ້ອຍ ຫຼື ຫຼາຍກໍຜິດ ແມ່ນຖືກດຳເນີນຄະດີຕາມລະບຽບກົດໝາຍ ພ້ອມທັງໃຊ້ແທນຄ່າເສຍຫາຍທາງແພ່ງ ຕາມຈຳນວນທີ່ເສຍຫາຍ ດັ່ງຄະດີຂອງ ທ້າວ ໂອະ ອາຍຸ 19 ປີ ຢູ່ບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ກໍ່ເຫດລັກເຫຼັກເສດຂອງບໍລິສັດ ເຫຼັກຮຸ່ງເຮືອງລາວ-ຫວຽດ ໃນເດືອນພຶດສະພາ 2017; ຖືກເຈົ້າໜ້າທີ່ ຈັບຕົວສົ່ງໄອຍະການສັ່ງຟ້ອງສານປະຊາຊົນ ເພື່ອຕັດສິນຕາມກົດໝາຍ.

ຫຼ້າສຸດໃນອາທິດຜ່ານມາ, ຄະນະສານອາຍາ ສານປະຊາຊົນ ເຂດ 2 ນະຄອນຫຼວງວຽງຈັນ ໄດ້ນຳສຳນວນຄະດີ ພ້ອມ ກັບຈຳເລີຍຂຶ້ນພິຈາລະນາ ແລະ ໄຕ່ສວນໃນຫ້ອງປະຊຸມສານ ເພື່ອຕັດສິນຕາມກົດໝາຍ. ຈາກຜົນຂອງການໄຕ່ ສວນໃນຫ້ອງປະຊຸມສານ ທ້າວ ໂອະ ສາລະພາບວ່າ: ໃນເດືອນມີນາ 2017, ໄດ້ໄປຊອກ ຫວ່ານແຫຫາປາຕາມ ໜອງເຂດບ້ານສະພັງຄະນົງ ພໍໄປຮອດບໍລິສັດ ເຫຼັກຮຸ່ງເຮືອງລາວ-ຫວຽດ ໄດ້ສັງເກດເຫັນກຳແພງຂອງບໍລິສັດ ດັ່ງກ່າວ ຈຳເລີຍຈຶ່ງໄດ້ຍ່າງເຂົ້າໄປສ່ອງເບິ່ງ,​ ສັງເກດເຫັນເຫຼັກເສດກອງຢູ່ນອກອາຄານ ແລະ ບໍ່ມີຄົນຢູ່ ຈຶ່ງຫາວິທີ ລອດເຂົ້າໄປປ່ອງກຳແພງ ແລ້ວໄປລັກເອົາເຫຼັກເສດດັ່ງກ່າວມາຊຸກເຊື່ອງໄວ້ຄອງນ້ຳຂ້າງກຳແພງ ຈຶ່ງເອົາຖົງຢາງປົກ ໄວ້. ຫຼັງຈາກນັ້ນ, ກໍໄປເອົາລົດຈັກມາໃສ່ເອົາ ແລ້ວນຳໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ຈຳນວນ 40 ກິໂລກຼາມ ໄດ້ເງິນ 40.000 ກີບ. ວັນຕໍ່ມາກໍໄປເອົາອີກໄດ້ 50 ກິໂລກຼາມ ຂາຍໄດ້ເງິນ 50.000 ກີບ ແລະ ຄັ້ງທີ 3 ໄດ້ 60 ກິໂລກຼາມ ໄປຂາຍຢູ່ຮ້ານເກົ່າໄດ້ເງິນ 60.000 ກີບ. ມາວັນທີ 25 ເມສາ 2017, ຈຳເລີຍໄດ້ເຫັນ ທ້າວ ໃຈ ເຊິ່ງເປັນນ້ອງຊາຍ ກັບທ້າວ ປະດິດ ຂີ່ລົດຈັກຈະໄປລັກເອົາ ເຫຼັກຢູ່ບໍລິສັດດັ່ງກ່າວ ແຕ່ໃນເວລານັ້ນ ຈຳເລີຍນຳໄປຮອດກຳແພງ ພ້ອມ ທັງຮ້ອງໃສ່ນ້ອງຊາຍ ແຕ່ບໍ່ຕອບ ຈຶ່ງໄດ້ ປີນເຂົ້າໄປໃນກຳແພງ ຈຶ່ງຖືກເຈົ້າໜ້າທີ່ ປກສ ບ້ານ ກັກຕົວສົ່ງໃຫ້ກອງ ຄະດີເມືອງມາດຳເນີນຄະດີ.ຜ່ານການໄຕ່ສວນໃນຫ້ອງປະຊຸມສານ, ຄົ້ນຄວ້າບັນດາສຳນວນຄະດີ ແລະ ເອກະສານຕ່າງ ທີ່ປະກອບໃນສຳນວນ ຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ທ້າວ ໂອະ ( ຈຳເລີຍ ) ມີຄວາມຜິດຕາມກົດ ໝາຍອາຍາ ມາດຕາ 109 ຂອງກົດໝາຍອາຍາ ທີ່ລະບຸໄວ້ໃນກົດໝາຍອາຍາ ລະບຸວ່າ: ບຸກຄົນຜູ້ໃດ ຫາກໄດ້ເອົາ ຊັບຂອງຜູ້ອື່ນມາເປັນຂອງຕົນເອງ ໂດຍລັບຫຼັງຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ສາມເດືອນ ຫາ ສອງປີ ຫຼື ດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝ ແຕ່ 100.000 ກີບ ຫາ 3.000.000 ກີບ. ສະນັ້ນ, ຄະນະສານອາຍາ ສານປະຊາຊົນ ເຂດ 2 ໄດ້ລົງຄຳວິນິດໄສແລ້ວເຫັນວ່າ: ທ້າວ ໂອະ ມີຄວາມຜິດຕາມກົດໝາຍ ອາຍາ ມາດຕາ 109 ວັກ 1 ຂອງກົດໝາຍອາຍາ, ເຊິ່ງສະແດງອອກ ຄື: ຈຳເລີຍໄດ້ຮັບສາລະພາບ ແລະ ຮູ້ດີວ່າ ຊັບດັ່ງກ່າວ ບໍ່ແມ່ນຂອງຕົນເອງ ແຕ່ຍັງເຈດຕະນາລັກເອົາມາເພື່ອໄປຂາຍ ໂດຍບໍ່ຄິດເຖິງຜົນສະທ້ອນທີ່ຕາມມາ ດ້ວຍເຫດນີ້, ຈຶ່ງຕັດສິນລົງໂທດ ຈຳເລີຍ ຈຳຄຸກ 9 ເດືອນ ປັບໃໝ 1.125.000 ກີບ. ແຕ່ໃຫ້ປະຕິບັດຕົວຈິງ 7 ເດືອນ ກັບ 3 ວັນ ສ່ວນທີ່ເຫຼືອແມ່ນຝາກໄວ້ໂດຍມີເງື່ອນໄຂ.