ໃນວັນທີ 17 ພຶດສະພາ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສະຫວັນນະເຂດ ໄດ້ເຂົ້າຈັບຜົວ-ເມຍຄູ່ໜຶ່ງ ໃນຂະນະທີ່ກໍາລັງພາກັນເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເສັ້ນທາງ 13 ໃຕ້ ພ້ອມຂອງກາງຢາບ້າ ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ໂທລະສັບ 2 ໜ່ວຍ, ລົດໃຫຍ່ 1 ຄັນ ໄປຂະຫຍາຍຜົນ.

ເຈົ້າໜ້າທີ່ເປີດເຜີຍວ່າ: ພາຍຫຼັງຮູ້ວ່າ ໃນວັນທີ 17 ພຶດສະພາ 2018 ຈະມີຜົວ-ເມຍຄູ່ໜຶ່ງມີການເຄື່ອນໄຫວເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ເສັ້ນທາງເລກທີ 13 ໃຕ້ ລະຫວ່າງເມືອງໄຊບູລີຫາເຊໂນ ແລະ ເມືອງອຸທຸມພອນ ແຂວງສະຫວັນນະເຂດ; ຈາກນັ້ນ, ຈຶ່ງນໍາກໍາລັງໄປຕິດຕາມຮອດເວລາ 9 ໂມງ ວັນດຽວກັນເຫັນເປົ້າໝາຍກໍາລັງຂັບຂີ່ລົດໃຫຍ່ໄປຈອດຢູ່ຈຸດນັດໝາຍ ຈຶ່ງເຂົ້າຈັບຕົວຊື່ ທ້າວ ກິໂຕ ອາຍຸ 48 ປີ ແລະ ນາງ ບຸນທັນ ອາຍຸ 46 ປີ ທັງສອງເປັນຜົວ-ເມຍກັນຢູ່ບ້ານໜາກນາວໃຕ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ພ້ອມຂອງກາງຢາບ້າ ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ໂທລະສັບ 2 ໜ່ວຍ, ລົດໃຫຍ່ 1 ຄັນ.

ຜ່ານການສືບສວນເບື້ອງຕົ້ນ ພວກກ່ຽວໃຫ້ການວ່າ: ຢາບ້າຈໍານວນດັ່ງກ່າວຊື້ມາໄວ້ເພື່ອຈໍາໜ່າຍຂາຍແທ້ ໃນຂະນະທີ່ເອົາຢາບ້າໄປສົ່ງໃຫ້ຜູ້ນັດຊື້ ກໍຖືກເຈົ້າໜ້າທີ່ຈັບຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ.