ໃນທ້າຍອາທິດຜ່ານມານີ້, ຫ້ອງການເຂດນ້ຳແຫງ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບອາວຸດລ່າເນື້ອ ປະເພດປືນແກັບ ທີ່ເກັບກູ້ຈາກປະຊາຊົນພາຍໃນກຸ່ມຈໍານວນ 100 ກວ່າກະບອກ ໃຫ້ກອງບັນຊາການ ປກສ ເມືອງໄຊ ເພື່ອໄປທໍາລາຍຖິ້ມ. ໂດຍການກ່າວມອບຂອງ ທ່ານ ຄໍາສອນ ແກ້ວມີໄຊ ຄະນະພັກຮາກຖານເຂດນ້ຳແຫງ, ຕາງໜ້າຮັບໂດຍ ພັທ ໄມ່ແດງ ທຳປັນຍາ ຫົວໜ້າ ກອງບັນຊາການ ປກສ ເມືອງໄຊ, ມີອຳນາດການປົກຄອງບ້ານ, ຄູ-ອາຈານ ແລະ ພໍ່-ແມ່ປະຊາຊົນ ຈາກ 7 ບ້ານ ທົ່ວເຂດນ້ໍາແຫງເຂົ້າຮ່ວມ.
ພັຕ ຄໍາໄຊ ສຸຍະສອນ ຫົວໜ້າກຸ່ມ 9 ເຂດນ້ໍາແຫງ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ເບື້ອງຕົ້ນແມ່ນລົງໂຄສະນາການເມືອງ-ແນວຄິດ ໃຫ້ພໍ່-ແມ່ປະຊາຊົນເຊື່ອມຊຶມ ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ພ້ອມທັງດໍາເນີນການທ້ອນໂຮມອາວຸດລ່າເນື້ອ ໂດຍມອບໃຫ້ອຳນາດການປົກຄອງແຕ່ລະ ບ້ານປຸກລະດົມໃຫ້ພໍ່-ແມ່ປະຊາຊົນທີ່ມີອາວຸດໃນການ ຄອບຄອງ ແລະ ນໍາເອົາອາວຸດລ່າເນື້ອສົ່ງໃຫ້ອົງການຈັດຕັ້ງ ທີ່ກ່ຽວຂ້ອງ.
ຜ່ານການຈັດຕັ້ງປະຕິບັດສາມາດເກັບກູ້-ທ້ອນໂຮມອາວຸດລ່າເນື້ອປະເພດປືນແກັບ ໄດ້ທັງໝົດ 134 ກະບອກ ເພື່ອນໍາໄປທໍາລາຍຖິ້ມ.